2 ສະຫາຍຮ່ວມຮົບ ບັງເອີນພົບກັນອີກເທື່ອ "ໃນຊ່ວງຊີວິດສຸດທ້າຍ" ຫຼັງຈາກໆກັນຫຼາຍທົດສະຫວັດ


ເລື່ອງລາວສຸດປະທັບໃຈຂອງ ສອງທະຫານຜ່ານເສິກໄວຊະລາ ຜູ້ທີ່ເຄີຍຄຽງບ່າຄຽງໄລ່ຮ່ວມຮົບ ໃນສົງຄາມ ໂຄຈອນມາພົບກັນໂດຍບັງເອີນທີ່ໂຮງໝໍ ຫຼັງບໍ່ພົບໜ້າກັນຫຼາຍສິບປີ ນັບເປັນຊ່ວງເວລາທີ່ສຳຄັນທີ່ສຸດ ໃນຊ່ວງຊີວິດຂອງທັງສອງທີ່ເຫຼືອຢູ່.

ພໍ່ເຖົ້າຈວງສຸຍຟາ ແລະ ພໍ່ເຖົ້າຫຼິນສຸຍໂຊວ ແມ່ນທະຫານຜ່ານເສິກຊາວຈີນ ທີ່ເຄີຍຮ່ວມຮົບນຳກັນ ໃນບັ້ນຮົບສົງຄາມຈີນ-ຍີ່ປຸ່ນ ຄັ້ງທີ່ 2 ໃນປີ 1944 ເຊິ່ງຕອນນັ້ນທັງສອງມີອາຍຸພຽງ 14-15 ປີເທົ່ານັ້ນ ຫຼັງສົງຄາມຈົບ ທັງສອງກໍ່ໄດ້ແຍກກັນໄປ ຄົນລະທິດລະທາງ ຈົນກະທັ່ງເວລາຜ່ານໄປຫຼາຍທົດສະຫວັດ ຟ້າກໍ່ໄດ້ລິຂິດໃຫ້ທັງສອງໄດ້ມາພົບກັນ ໃນຊ່ວງວາລະສຸດທ້າຍຂອງຊີວິດ.

ເລື່ອງລາວອັນໜ້າປະທັບໃຈ ຂອງທັງສອງຖືກນຳມາເຜີຍແຜ່ທາງເວັບໄຊ້ ເດລີ່ເມລ ເມື່ອວັນທີ 26 ເມສາທີ່ຜ່ານມາ ໂດຍພໍ່ເຖົ້າຫຼິນ ແລະ ພໍ່ເຖົ້າຈວງ ລ້ວນແຕ່ພາກັນລົ້ມປ່ວຍດ້ວຍໂລກປອດ ທັງສອງເຂົ້າຮັກສາໃນໂຮງໝໍ ຊຸນຍັຕເຊັນ ເມືອງເຊິນເຈິ້ນ ປະເທດຈີນ ແຕ່ພວກເຂົາບໍ່ຮູ້ເລີຍວ່າ ສະຫາຍເກົ່າຂອງຕົນ ກໍ່ມາພັກຢູ່ທີ່ນີ້ຄືກັນ.


 ໂດຍພໍ່ເຖົ້າຈວງ ລົມກັບທີມແພດ ແລະ ໝໍວ່າ ຕົນເອງເປັນໃຜມາຈາກໃສ ແລະ ເລົ່າເລື່ອງລາວໃນອະດີດ ທີ່ເຄີຍພົບມາ ລວມທັງປະສົບການສະໄໝຮ່ວມຮົບ ໃນສົງຄາມເມື່ອ 70 ກວ່າປີທີ່ແລ້ວ.

ເມື່ອທີມແພດ ໄດ້ຮັບຟັງເລື່ອງລາວ ພວກເຂົາກໍ່ບອກວ່າ ໃນຂະນະນີ້ ມີຊາຍຊະລາຄົນໜຶ່ງ ອາຍຸກໍ່ໃກ້ຄຽງກັບລາວ ທີ່ໄດ້ຮັກສາອາການປ່ວຍທີ່ໂຮງໝໍແຫ່ງນີ້ ທີ່ບັງເອີນແມ່ນ ພໍ່ເຖົ້າຜູ້ນັ້ນ ກໍ່ເປັນທະຫານຜ່ານເສິກມາກ່ອນ ເຊັ່ນດຽວກັນ.

 
ຫຼັງທີມແພດຖາມຂໍ້ມູນເພີ່ມຕື່ມ ພວກເຂົາກໍ່ເລີ່ມແນ່ໃຈວ່າ ທັງສອງຄົນຮູ້ຈັກກັນຢ່າງແນ່ນອນ ພວກເຂົາຈຶ່ງ ໄດ້ມາພົບກັນ ເພື່ອມີ່ຈະໄດ້ໃຊ້ເວລາຮ່ວມກັນ ໃນບາດທ້າຍຂອງຊີວິດ ເຖິງແມ່ນວ່າດວງຕາຂ້າງຊ້າຍ ຂອງພໍ່ເຖົ້າຈວງ ຈະບອດເພາະຖືກຍິງໃນສະໜາມຮົບ ອີກທັງຍັງບໍ່ໄດ້ພົບໜ້າພໍ່ເຖົ້າຫຼິນ ມາເປັນເວລານານ ຫຼາຍທົດສະຫວັດ ແຕ່ວິນາທີທີ່ທັງສອງພົບກັນ ຕ່າງຝ່າຍຕ່າງກໍ່ຈື່ກັນໄດ້.

ພໍ່ເຖົ້າຈວງ ເຖິງກັບຮ້ອງອອກມາຢ່າງປະຫຼາດໃຈວ່າ "ສ່ຽວ ມຶງຍັງບໍ່ຕາຍ! ມຶງຍັງມີຊີວິດຢູ່! ຢ່າຟ້າວຈາກກັນໄປເດີ້ ພວກເຮົາຈະເຊົາພະຍາດ ແລະ ອອກໄປຈາກໂຮງໝໍພ້ອມກັນ" ຮູບພາບອັນໜ້າປະທັບໃຈ ຂະນະທີ່ທັງສອງຈັບມືກັນ ເຮັດໃຫ້ທີມແພດໝໍ ພາກັນນໍ້າຕາຊຶມ.



າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments