ສະເໜີລັດຖະບານ "ເພີ່ມທຶນພັດທະນາ ແຫຼ່ງທ່ອງທ່ຽວ" ທີ່ມີທົ່ວປະເທດກວ່າ 2.014 ແຫຼ່ງ !!!


 ທ່ອງທ່ຽວແມ່ນຂະແໜງການສຳຄັນໜຶ່ງ ທີ່ສາມາດຂັບເຄື່ອນການຂະຫຍາຍຕົວ ຂອງເສດຖະກິດ ແຫ່ງຊາດ ດ້ວຍການສ້າງລາຍຮັບໃຫ້ກັບປະຊາຊົນ ກໍຄືສ້າງລາຍຮັບປະກອບສ່ວນພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ຊຶ່ງຂະນະນີ້ທົ່ວປະເທດມີແຫຼ່ງທ່ອງທ່ຽວແລ້ວ ທັງໝົດ 2 ພັນກວ່າແຫ່ງ ໃນນັ້ນ ຫຼາຍກວ່າໝູ່ແມ່ນ ເປັນແຫຼ່ງທ່ອງທ່ຽວ ທຳມະຊາດ ຂະນະທີ່ໃນກອງປະຊຸມສະພາ ສສຊ ສະເໜີໃຫ້ລັດຖະບານ ຈົ່ງເພີ່ມທຶນພັດທະນາຂະແໜງການນີ້ໃຫ້ຫຼາຍຂຶ້ນກວ່າເກົ່າ.

ທ່ານ ຄຳໄຕ ແກ້ວດວງດີ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄຳຄິດເຫັນ ແລະ ສະເໜີຕໍ່ກອງປະຊຸມເທື່ອທີ 3 ຂອງ ສະພາແຫ່ງຊາດຊຸດທີ VIII ເມື່ອວັນທີ 25 ເມສາຜ່ານມາວ່າ: ວຽກງານການທ່ອງທ່ຽວ ເປັນຂະແໜງການສຳຄັນ ເປັນອຸດສາຫະກຳທີ່ບໍ່ມີຄວັນ ບໍ່ມີວັນບົກແຫ້ງ ແລະ ເປັນອົງປະກອບທີ່ສຳຄັນ ຂອງການພັດທະນາປະເທດຊາດ ໃຫ້ມີຄວາມຍືນຍົງ ທັງຕິດພັນກັບການອະນຸຮັກ ພັດທະນາສົ່ງເສີມວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດ.

ໃນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກໄດ້ກຳນົດວ່າ ຊຸກຍູ້ສົ່ງເສີມຂະແໜງບໍລິການ ທີ່ເປັນທ່າແຮງສ້າງລາຍຮັບ ໃຫ້ປະເທດຊາດ ດັດປັບໂຄງສ້າງຂອງຂະແໜງບໍລິການ ໄປຕາມທິດຊຸກຍູ້ສົ່ງເສີມ ພັດທະນາຂະແໜງການທ່ອງທ່ຽວ ໃຫ້ກາຍເປັນອຸດສາຫະກຳຄົບຊຸດ ດ້ວຍການສົ່ງເສີມພັດທະນາວຽກງານການທ່ອງທ່ຽວ ທາງວັດທະນະທຳ ທຳມະຊາດ ແລະ ປະຫວັດສາດ.

ຂະນະທີ່ໃນໄລຍະຜ່ານມາພັກ-ລັດ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ມີຄວາມພະຍາຍາມ ພ້ອມສຸມທຶນຮອນເຂົ້າໃນ ການພັດທະນາວຽກງານນີ້ຫຼາຍສົມຄວນ ແຕ່ວຽກງານດັ່ງກ່າວຍັງບໍ່ມີການ ຂະຫຍາຍຕົວເທົ່າທີ່ຄວນ ຖ້າທຽບໃສ່ ທ່າແຮງບົ່ມຊ້ອນທີ່ມີໃນທົ່ວປະເທດ ພາກລັດ ອົງການປົກຄອງທ້ອງຖີ່ນ ຍັງບໍ່ໄດ້ເອົາໃຈໃສ່ຕໍ່ວຽກງານນີ້ ເທົ່າທີ່ຄວນ ຖ້າທຽບກັບປະເທດເພື່ອນບ້ານ.

ແນວໃດກໍດີ ເພື່ອເຮັດໃຫ້ວຽກງານການທ່ອງທ່ຽວ ໄດ້ຮັບການພັດທະນາດີຂຶ້ນ ແລະ ສາມາດສ້າງລາຍຮັບ ຢ່າງມີປະສິດທິຜົນ ຕາມທ່າແຮງບົ່ມຊ້ອນທີ່ມີ ທ່ານ ຄຳໄຕ ແກ້ວດວງດີ ໄດ້ສະເໜີ ໃຫ້ພາກສ່ວນລັດ ຈົ່ງໄດ້ສ້າງພື້ນຖານໂຄງລ່າງ ຈຸດທ່ອງທ່ຽວທຳມະຊາດ ໂດຍມີການສຳຫຼວດແບບແຜນ ທີ່ຈັດສັນເຕັກນິກ ຖືກລັກສະນະຊາດ ແລະ ຈັດຕັ້ງແບບມີຈຸດສຸມການຈັດເກັບຄ່າທຳນຽມ ການບໍລິການຕ້ອງເປັນເອກະພາບ ຜູ້ໃຫ້ບໍລິການ ຕ້ອງມີຈັນຍາບັນ ແລະ ຈິງໃຈໃຫ້ບໍລິການລະບົບການຈັດຕັ້ງຂອງ ລັດທີ່ຄຸ້ມຄອງວຽກງານທ່ອງທ່ຽວ ຄວນເປັນອົງກອນເອກະລາດ.

ພ້ອມກັນນັ້ນກໍຈົ່ງເພີ່ມທຶນຮອນ ເຂົ້າໃນການປົກປັກຮັກສາ ແລະ ພັດທະນາວຽກງານການທ່ອງທ່ຽວ ໃຫ້ເປັນບຸລິມະສິດໜຶ່ງຂອງຊາດ ທັງນີ້ກໍເພື່ອເຮັດໃຫ້ວຽກງານນີ້ມີການພັດທະນາດີຂຶ້ນ ສາມາດດຶງດູດເງິນ ເຂົ້າມາພັດທະນາປະເທດຊາດ ໃຫ້ນັບມື້ນັບຫຼາຍຂຶ້ນ ກາຍເປັນພື້ນຖານລາຍຮັບ ອັນໜັກແໜ້ນ ພ້ອມທັງສ້າງ ວຽກເຮັດງານທຳ ແລະ ສ້າງລາຍຮັບປະຊາຊົນ ຈາກການມີສ່ວນຮ່ວມໃນການບໍລິການ, ຜະລິດຕະພັນກະສິກຳ ຫັດຖະກຳ ຊຶ່ງສາມາດສ້າງລາຍຮັບໄດ້ກັບທີ່.

ຕາມຂໍ້ມູນປີ 2016 ແຫຼ່ງທ່ອງທ່ຽວ ທົ່ວປະເທດມີທັງໝົດ 2.014 ແຫ່ງ ໃນນີ້ແຫຼ່ງທ່ອງທ່ຽວທຳມະຊາດ 1.194 ແຫ່ງ, ວັດທະນະທຳ 628 ແຫ່ງ ປະຫວັດສາດ 282 ແຫ່ງ ແລະ ມໍລະດົກໂລກ 2 ແຫ່ງໄດ້ຈັດສັນແລ້ວ.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຂອບໃຈແຫຼ່ງຂ່າວຈາກ: sedthakid.la, ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments