ຮືຮາ! ໜຸ່ມອັງກິດບິນທົດສອບ "ຊຸດບິນໄດ້ ຄວາມໄວ 321 ກມ/ຊມ" ຖອດແບບຈາກໜັງ Iron Man


ນັກປະດິດຊາວອັງກິດ ທີ່ຊື່ວ່າ ຣີຊາດ ບຣາວນິ່ງ ໄດ້ສ້າງຊຸດບິນໄດ້ ແບບໃນໜັງເລື່ອງ Iron Man ຂຶ້ນມາ ແລະ ໄດ້ນຳມາສະແດງບິນ ໃນງານປະຊຸມ Ted (Technology, Entertainment and Design) ທີ່ເມືອງແວນຄູເວີ ປະເທດການາດາ ໂດຍທາງບຣາວນິ່ງ ໄດ້ເຮັດການທົດສອບຊຸດ ທີ່ໃຊ້ພະລັງງານແຮງດັນໃນຮ່າງກາຍ ເພື່ອລອຍ ແລະ ເຄື່ອນທີ່ໄດ້ຕໍ່ໜ້າຜູ້ຊົມ. ໂດຍກ່ອນໜ້ານີ້ ລາວເຄີຍໂພສຕ໌ຄລິປວີດີໂອ ສະແດງຊຸດບິນໄດ້ ແລະ ເອີ້ນຄວາມສົນໃຈ ໃນໂລກໂຊຊ່ຽລໄດ້ຢ່າງຫຼວງຫຼາຍ.

ສຳລັບຊຸດບິນໄດ້ຂອງລາວ ໃຊ້ເຄື່ອງຍົນເຈັທ ຂະໜາດນ້ອຍ 6 ໂຕ ເປັນໂຕຊ່ວຍໃນການຂັບເຄື່ອນ ແລະ ການອອກແບບໃນແນວຄິດກະດູກເຄື່ອນທີ່ໄດ້ຈາກພາຍນອກ. ທັງນີ້ ລາວໄດ້ບອກວ່າ ໂຕເຄື່ອງຍົນ ທີ່ນຳມາຕິດຕັ້ງ ສາມາດເລັ່ງຄວາມໄວໄດ້ເຖິງ 321 ກມ/ຊມ ແຕ່ເພື່ອຄວາມປອດໄພ ລາວເລີຍຕັ້ງຄ່າ ຄວາມແຮງໄວ້ໃນລະດັບຕໍ່າ.

ລາວຍັງບອກອີກວ່າ ການທົດລອງພົບວ່າ ຊຸດຂອງລາວຍັງປອດໄພ ກວ່າການຂັບລົດຈັກອີກດ້ວຍ.

ໄປເບິ່ງຄລິປ ຄວາມມຸ່ງໝັ້ນຂອງລາວ ໃນການບິນໄດ້ເລີຍ.


 

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments