ຈີນຫາລືກັບເອີຣົບສ້າງຖິ່ນຖານ "ໝູ່ບ້ານຄົນ" ເທິງດວງຈັນ



ສຳນັກຂ່າວເອພີ ລາຍງານຈາກກຸງປັກກິ່ງ ປະເທດຈີນ ເມື່ອວັນທີ 26 ເມສາວ່າ ຖຽນ ອູ່ຫຼົງ ເລຂາທິການສຳນັກງານ ອາວະກາດຈີນ ເປີດເຜີຍເລື່ອງການເຈລະຈາກັບ ອົງການອາວະກາດເອີຣົບ ກ່ຽວກັບໂຄງການເປົ້າໝາຍ "ໝູ່ບ້ານດວງເດືອນ ຫຼື ດວງຈັນ" ວ່າ ຈະເປັນຖານທີ່ສຳຄັນສຳລັບນານາຊາດ ໃນພາລະກິດສຳຫຼວດດາວອັງຄານໃນອະນາຄົດ.

ຈີນເດີນໜ້າ ໂຄງການສຳຫຼວດອາວະກາດຄັ້ງໃຫຍ່ ນັບຕັ້ງແຕ່ສົ່ງມະນຸດ ໄປກັບອາວະກາດເປັນຄັ້ງທຳອິດ ໃນປີ 2003 ຫຼັງຈາກ 42 ປີ ທີ່ມະນຸດອາວະກາດໂຊວຽດ ເປັນມະນຸດຄົນທຳອິດຂອງໂລກ ທີ່ຂຶ້ນໄປສູ່ວົງໂຄຈອນອາວະກາດ.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments