ກອງທັບ "ອາເມຣິກາ-ເກົາຫຼີໃຕ້" ຊ້ອມຮົບຄັ້ງໃຫຍ່ ໃກ້ຊາຍແດນ "ເກົາຫຼີເໜືອ"



ເມື່ອວັນທີ 26 ເມສາທີ່ຜ່ານມາ ມີຮູບພາບການຊ້ອມຮົບດ້ວຍອາວຸດປືນແທ້ ຂອງກອງທັບອາເມຣິກາ ແລະ ເກົາຫຼີໃຕ້ ແຜ່ອອກມາ ໂດຍເປັນການຊ້ອມຮົບກັນທີ່ສະໜາມຊ້ອມຮົບຊຶງຈິນ ເມືອງໂປຊອນ ແຫ່ງຈາກກຸງໂຊລ ນະຄອນຫຼວງເກົາຫຼີໃຕ້ ປະມານ 80 ກມ ສຳລັບອາວຸດ ແລະ ພາຫະນະ ທີ່ນຳມາຊ້ອມຮົບນັ້ນປະກອບມີ ເຮລິຄອປເຕີຕິດປືນກົນອາກາດ ລົດຖັງ ຍົນຮົບຕໍ່ສູ້ ແລະ ອາວຸດປືນຊະນິດຕ່າງໆ. ນອກຈາກນີ້ຍັງມີຊ້ອມຮົບທາງທະເລນຳອີກ.

ການຊ້ອມຮົບຮ່ວມກັນ ດ້ວຍອາວຸດແທ້ ຄັ້ງໃຫຍ່ໃນເທື່ອນີ້ ຂອງກອງທັບອາເມຣິກາ ແລະ ເກົາຫຼີໃຕ້ ໃກ້ກັບຊາຍແດນເກົາຫຼີເໜືອ ຖືກຊີ້ວ່າເປັນການສະແດງອຳນາດທາງການທະຫານ ເພື່ອຂົ່ມຂວັນ ຕໍ່ຄວາມດື້ດ້ານຂອງເກົາຫຼີເໜືອ ໃນການທົດສອບນິວເຄລຍ ແລະ ຂີປະນາວຸດ.








າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments