"ດູເຕີເຕ ຜູ້ນຳຟີລິບປິນ" ກ່າວທີ່ກອງປະຊຸມອາຊຽນ "ຄິມຈອງອຶນ ຜູ້ນຳເກົາຫຼີເໜືອ ຕ້ອງການທຳລາຍລ້າງໂລກ"



ເມື່ອວັນເສົາທີ່ຜ່ານມາ ໂຣດຣີິໂກ ດູເຕີເຕ ປະທານາທິບໍດີ ຟີລິບປິນ ອອກມາຮຽກຮ້ອງໃຫ້ທາງອາເມຣິກາ ທົບທວນດີໆ ໃນການຕອບໂຕ້ ໂຄງການທົດລອງອາວຸດນິວເຄລຍ ຂອງເກົາຫຼີເໜືອ ເພື່ອຫຼີກລ່ຽງ ສົງຄາມໂລກຄັ້ງທີ່ສາມ.

ຄວາມຕຶງຄຽດລະຫວ່າງອາເມຣິກາ ແລະ ເກົາຫຼີເໜືອ ເພີ່ມຂຶ້ນໃນຊ່ວງອາທິດທີ່ຜ່ານມາ ຫຼັງເກົາຫຼີເໜືອ ໄດ້ທົດສອບຂີປະນາວຸດເທື່ອລ່າສຸດ ເຖິງວ່າຈະລົ້ມເຫຼວກໍ່ຕາມ ທ່າມກາງແຮງກົດດັນ ແລະ ຄຳເຕືອນຈາກປະທານທິບໍດີ ໂດນັລດ໌ ທຣັມ ຂອງອາເມຣິກາ ໃຫ້ຢຸດຕິການທົດສອບອາວຸດນິວເຄລຍ ແລະ ຂີປະນາວຸດນີ້ອີກ ຖ້າບໍ່ ເກົາຫຼີເໜືອຈະຖືກຕອບໂຕ້ທາງດ້ານການທະຫານ.

ດ້ານປະທານາທິບໍດີ ຟີລິບປິນ ອອກມາສະແດງເຖິງຄວາມກັງວົນຕໍ່ຄວາມໝັ້ນຄົງ ແລະ ຄວາມປອດໄພ ຂອງພູມມິພາກອາຊຽນ ເຊິ່ງອາດຈະໄດ້ຮັບຜົນກະທົບ ຈາກຄວາມຕຶງຄຽດລະຫວ່າງເກົາຫຼີເໜືອ ແລະ ອາເມຣິກາ ໂດຍກ່າວຫາວ່າ ຫາກປະເທດໃດປະເທດໜຶ່ງ ກ້າວຂ້າມເສັ້ນພຽງບາດກ້າວດຽວ ກໍ່ອາດນຳໄປສູ່ໄພພິບັດໄດ້ ແລະ ອາຊີຈະເປັນພູມມິພາກ ທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດ.

ທັງນີ້ ດູເຕີເຕ ມີແຜນທີ່ຈະລົມໂທລະສັບກັບ ທຣັມ ໃນມື້ນີ້ ໂດຍຈະຂໍຮ້ອງໃຫ້ທຣັມ ຢຸດການປະເຊີນໜ້າກັບເກົາຫຼີເໜືອ "ເບິ່ງຄືວ່າທັງ 2 ປະເທດ ກຳລັງມ່ວນກັບຂອງຫຼິ້ນນີ້ ແຕ່ໃນຄວາມເປັນຈິງຂອງຫຼິ້ນດັ່ງກ່າວ ບໍ່ໄດ້ໃຫ້ຄວາມບັນເທີງຫຍັງ" ດູເຕີເຕ ກ່າວໃນລະຫວ່າງການຖະແຫຼງຂ່າວ ໃນກອງປະຊຸມອາຊຽນ ທີ່ນະຄອນຫຼວງມະນິລາ ຟີລິບປິນ.

"ຂ້ອຍແມ່ນໃຜຊັ້ນຫວາ? ທີ່ຈະໄປບອກພວກເຈົ້າວ່າຢຸດໄດ້ແລ້ວ ແຕ່ຂ້ອຍກໍ່ຈະເວົ້າວ່າ ຂໍຮ້ອງແດ່ເຖາະ ທ່ານປະທານາທິບໍດີ ບໍ່ຕ້ອງການສົງຄາມອີກແລ້ວ ແລະ ພູມມິພາກນີ້ເຈັບຊໍ້າມາຫຼາຍແລ້ວ" ດູເຕີເຕກ່າວ "ຄິມ ຈອງ ອຶນ ຕ້ອງການຈົບສິ້ນໂລກໜ່ວຍນີ້ ສິ່ງນັ້ນຈະເຮັດໃຫ້ລາວມີຄວາມສຸກ ລາວຈະພາພວກເຮົາທຸກຄົນຈົມສູ່ນະລົກ".

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.


Comments