ບໍ່ສົນອາຊຽນ ແລະ ໂລກ! ດ່ວນ... ເກົາຫຼີເໜືອ ທົດສອບຍິງຂີປະນາວຸດອີກມື້ນີ້ ແຕ່ລົ້ມເຫຼວ



ທ່າມກາງຄວາມພະຍາຍາມ ແລະ ສຽງຮຽກຮ້ອງຂອງນານາຊາດ ລວມທັງ 10 ຊາດອາຊຽນ ໃຫ້ມີການຫຸດຄວາມຕຶງຄຽດ ເທິງແຫຼມສະໝຸດເກົາຫຼີ ທີ່ສູງຂຶ້ນຢ່າງຫຼວງຫຼາຍໃນປະຈຸບັນນີ້ ເກົາຫຼີເໜືອກໍ່ໄດ້ເຮັດການທົດສອບຂີປະນາວຸດອີກເທື່ອ ໃນຊ່ວງເຊົ້າວັນທີ 29 ເມສາ ຕາມເວລາທ້ອງຖິ່ນ ໂດຍມີການຍິງຂີປະນາວຸດຂຶ້ນ ຈາກຖານໃນບໍລິເວນ ແຂວງພຍອງອັນໃຕ້ ເຊິ່ງຢູ່ທາງພາກເໜືອຂອງ ນະຄອນຫຼວງປຽງຢາງ ແຕ່ຂີປະນາວຸດດັ່ງກ່າວ ກໍ່ລະເບີດຂຶ້ນ ຫຼັງຖືກຍິງອອກຈາກຖານ ໄດ້ພຽງບໍ່ເທົ່າໃດ ສິບກິໂລແມັດ.

ກອງທັບອາເມຣິກາເຜີຍວ່າ ພົບຊີ້ນສ່ວນຫຼັກ ຂອງຂີປະນາວຸດ ທີ່ຢູ່ຫ່າງຈາກຖານຍິງພຽງ 35 ກິໂລແມັດ ໂດຍຄາດການວ່າຂີປະນາວຸດ ທີ່ທົດສອບໜ້າຈະແມ່ນ ຈະຫຼວດໄລຍະທາງຍິງກາງ ທີ່ເອີ້ນວ່າ ເຄເອັນ-17 ເຊິ່ງເປັນຂີປະນາວຸດ ທີ່ຍິງຂຶ້ນຈາກຖານຍິງເຄື່ອນທີ່ພາກພື້ນດິນ.
ດ້ານທາງການເກົາຫຼີເໜືອ ຍັງບໍ່ໄດ້ ອອກມາສະແດງທ່າທີໃດໆ ຫລັງຈາກການທົດສອບຂີປະນາວຸດເທື່ອລ່າສຸດ ປະສົບກັບຄວາມລົ້ມເຫຼວອີກເທື່ອ.

ການທົດສອບຂີປະນາວຸດເທື່ອນີ້ ນັບເປັນຄັ້ງທີ່ 9 ນັບຈາກເດືອນມັງກອນທີ່ຜ່ານມາ ເຊິ່ງຖືວ່າມີການທົດສອບຫຼາຍເທື່ອຫຼາຍ ເມື່ອສົມທຽບກັບປີກ່ອນໆ ແລະ ການທົດສອບເທື່ອນີ້ ມີຂຶ້ນບໍ່ເທົ່າໃດຊົ່ວໂມງ ຫຼັງຈາກທີ່ ເຣັກຊ໌ ທິລເລີສັນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາ ໄດ້ຂຶ້ນກ່າວຕໍ່ທີ່ປະຊຸມ ສະໄໝພິເສດ ຂອງສະຫະປະຊາຊາດ ຮຽກຮ້ອງນານາປະເທດ ເພີ່ມມາຕະການກົດດັນເກົາຫຼີເໜືອ ໃຫ້ຍົກເລີກໂຄງການພັດທະນາຂີປະນາວຸດ ແລະ ອາວຸດນິວເຄລຍຂອງຕົນເອງ.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments