ອາເມຣິກາໝັ້ນໃຈວ່າ "ຈີນຈະເພີ່ມການຄວໍ້າບາດ ເກົາຫຼີເໜືອເອງ ຖ້າມີການທົດລອງນິວເຄລຍອີກ !!"


 ສຳນັກຂ່າວຕ່າງປະເທດ ລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດອາເມຣິກາ ເມື່ອວັນທີ 27 ເມສາທີ່ຜ່ານມາວ່າ ເຣັກຊ໌ ທິລເລີສັນ ລັດຖະມົນຕີກະຊວງ ການຕ່າງປະເທດອາເມຣິກາ ກ່າວໃນຊ່ວງໜຶ່ງຂອງການໃຫ້ສຳພາດ ກັບສະຖານີໂທລະພາບ Fox ເມື່ອວັນພະຫັດວ່າ ລັດຖະບານອາເມຣິກາ ຮູ້ດີແລ້ວວ່າ ທາງລັດຖະບານຈີນ ດຳເນີນນະໂຍບາຍທາງການທູດ ທາງເບື້ອງຫຼັງກັບເກົາຫຼີເໜືອ ກ່ຽວກັບສະຖານະການແຫຼມສະໝຸດເກົາຫຼີ ການຕິດຕໍ່ຂອງທັງສອງລັດຖະບານ ເຫັນໄດ້ຊັດເຈນໃນອາທິດນີ້ ທີ່ຍັງບໍ່ທັນໄດ້ມີການເຄື່ອນໄຫວ ດ້ານການຄຸກຄາມຈາກລັດຖະບານເກົາຫຼີເໜືອ ໃນທົດສອບນິວເຄລຍ ຫຼື ຂີປະນາວຸດອີກ.

ທັງນີ້ ທິລເລີສັນກ່າວອີກດ້ວຍວ່າ ອາເມຣິກາໄດ້ຮັບແຈ້ງຈາກຈີນວ່າ ຈະເປັນຝ່າຍເພີ່ມມາຕະການຄວໍ້າບາດ ຕໍ່ກັບເກົາຫຼີເໜືອເອງ ຫາກລັດຖະບານເກົາຫຼີເໜືອ ເຮັດການທົດສອບນິວເຄລຍເທື່ອໃໝ່ ເຊິ່ງຈະຖືເປັນເທື່ອທີ່ 6 ນັບຕັ້ງແຕ່ມີການທົດສອບເທື່ອທຳອິດໃນປີ 2006.

ທາງດ້ານລັດຖະບານອາເມຣິກາ ຍິນດີເຈລະຈາໂດຍກົງກັບລັດຖະບານເກົາຫຼີເໜືອ "ຫາກອີກຝ່າຍພ້ອມ" ຂະນະທີ່ສະຖານທູດຈີນປະຈຳອາເມຣິກາ ຍັງບໍ່ສະແດງທ່າທີຕໍ່ກັບການສຳພາດດັ່ງກ່າວ ຂອງຝ່າຍອາເມຣິກາ. ແຕ່ທາງດ້ານລັດຖະບານຈີນ ຍັງສະແດງທ່າທີທີ່ບໍ່ພໍໃຈ ຕໍ່ກັບການທີ່ອາເມຣິກາ ຍັງຕິດຕັ້ງລະບົບຕໍ່ຕ້ານຂີປະນາວຸດ ເພດານບິນສູງ "THAAD" ໃນເມືອງຊອງຈູ ທາງພາກໃຕ້ຂອງເກົາຫຼີໃຕ້.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.


Comments