ດາຣາສາວກຳປູເຈຍ ຖືກກະຊວງວັດທະນະທຳແບນ!! ບໍ່ໃຫ້ຫຼິ້ນໜັງເລື່ອງໃດອີກ ເພາະ!!!!


 ຂ່າວເດລີ່ເມລ ລາຍງານວ່ານັກສະແດງກຳປູເຈຍ ຖືກກະຊວງວັດທະນະທຳ ແລະ ສິລະປະຂອງກຳປູເຈຍແບນ ຫ້າມສະແດງໜັງເລື່ອງໃດອີກ ເປັນເວລາ 1 ປີ ໂດຍເຫດຜົນທີ່ວ່າ ນາງເຊັກຊີ່ຫຼາຍເກີນໄປ!!!

ນັກສະແດງສາວນາມວ່າ ເດນນີ່ ຂວັນ (Denny Kwan) ອາຍຸ 24 ປີ ຜູ້ທີ່ມີຜົນງານການສະແດງທາງໂທລະພາບ ແລະ ໜັງ ຫຼື ຮູບເງົາ ກຳປູເຈຍມາແລ້ວຫຼາຍເລື່ອງ ຖືກແບນບໍ່ໃຫ້ສະແດງໜັງເລື່ອງໃດອີກພາຍໃນປີນີ້ ເນື່ອງຈາກທາງກະຊວງເຫັນວ່າ "ນາງເຊັກຊີ່ຫຼາຍເກີນໄປ" ແລະ ຈະເປັນການລະເມີດທາງຈັນຍາບັນ.


ນັກສະແດງສາວມີຜູ້ຕິດຕາມທາງເຟສບຸກຂອງນາງຫລາຍກວ່າ 300,000 ຄົນທົ່ວໂລກ (ຜູ້ຂຽນກໍ່ເປັນ 1 ໃນນັ້ນ ຮ່າຮ່າ) ກ່າວວ່າ ບົດບາດທີ່ນາງສະແດງໃນໜັງ ບໍ່ໄດ້ອອກໃນແນວທາງເຊັກຊີ່ ຫຼື ອີໂຣຕິກ ຄືກັບໜັງສະແດງຄົນອື່ນຊໍ້າ "ໃນກຳປູເຈຍ ມີນັກສະແດງເຊັກຊີ່ຫຼາຍຄົນ ບາງຄົນກໍ່ສະແດງເຊັກຊີ່ຫຼາຍກວ່າຂ້ອຍ ທັງຈູບແບບດູດດື່ມ ທັງເຕັ້ນຍົ້ວ ແລະ ອື່ນໆ".


ນາງກ່າວກັບສຳນັກຂ່າວພະນົມເປັນໂພສຕ໌ວ່າ "ຂ້ອຍຮູ້ວ່າມັນເປັນສິດຂອງຂ້ອຍ ທີ່ຈະໃສ່ຊຸດຫຍັງຕາມຕ້ອງການກໍ່ໄດ້ ແຕ່ວັດທະນະທຳຂອງຄົນກຳປູເຈຍຮັບມັນບໍ່ໄດ້ ແລະ ຕໍ່ໄປຂ້ອຍຈະພະຍາຍາມ ເຮັດເຊັກຊີ່ໃຫ້ໜ້ອຍລົງກໍ່ໄດ້ ແຕ່ໃນເຟສບຸກຍັງຈັດເຕັມຄືເກົ່າ".



 ດັ່ງນັ້ນ 12 ເດືອນນັບຈາກນີ້ ນາງຈຶ່ງບໍ່ສາມາດສະແດງໜັງເລື່ອງໃດໄດ້ອີກ ຂະນະປະຊາຊົນຫຼວງຫຼາຍບໍ່ເຫັນດີ (ຜູ້ຂຽນກໍ່ບໍ່ເຫັນດີນຳ) ທີ່ທາງກະຊວງເຮັດກັບນາງແບບນີ້. ທາງດ້ານຄະນະກຳມະການ ຜູ້ບໍລິຫານຂອງກຸ່ມ ຄວາມເທົ່າທຽມກັນທາງເພດຂອງກຳປູເຈຍກ່າວວ່າ "ທາງກະຊວງ ບໍ່ຄວນເຮັດແບບນີ້ກັບນາງ ເພາະນາງມີສິດທີ່ຈະໃສ່ຫຍັງກໍ່ໄດ້ ມັນບໍ່ມີນະໂຍບາຍ ຫຼື ກົດໝາຍ ທີ່ຫ້າມບໍ່ໃຫ້ຄົນໃສ່ເສື້ອຜ້າ".


າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments