ເກີດຫຍັງຂຶ້ນ!!! ປະທານາທິບໍດີ "ທຣັມ" ກ່າວຍ້ອງຍໍ "ຄິມ ຈອງ ອຶນ" ວ່າເປັນຄົນເກັ່ງ ແລະ ສະຫຼາດ


 ສຳນັກຂ່າວຕ່າງປະເທດ ລາຍງານຈາກກຸງວໍຊິງຕັນ ປະເທດອາເມຣິກາ ເມື່ອວັນທີ 30 ເມສາວ່າ ປະທານາທິບໍດີ ໂດນັລດ໌ ທຣັມ ຂອງອາເມຣິກາ ໃຫ້ສຳພາດໃນລາຍງານ "Face the Nation" ຂອງສະຖານີໂທລະພາບ CBS ອອກອາກາດເມື່ອວັນທິດ ທີ່ຜ່ານມາ ໂດຍປະເດັນຂອງຄຳຖາມສ່ວນໃຫຍ່ ກ່ຽວກັບສະຖານະການ ແຫຼມສະໝຸດເກົາຫຼີ ເຊິ່ງຜູ້ນຳອາເມຣິກາ ກ່າວໃນຊ່ວງໜຶ່ງວ່າ ໂດຍສ່ວນໂຕລາວບໍ່ຮູ້ວ່າ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອເປັນຄົນແນວໃດ ແຕ່ຈາກຂໍ້ມູນ ທີ່ທຸກຝ່າຍໄດ້ຮັບຄືກັນ ແມ່ນ ຄິມ ຈອງ-ອຶນ ຕ້ອງປະເຊີນກັບຄວາມທ້າທາຍອັນໜັກໜ່ວງ ເມື່ອຕ້ອງສືບທອດອຳນາດຈາກພໍ່ ຄື ຄິມ ຈອງ-ອິລ ເຊິ່ງເສຍຊີວິດເມື່ອປີ 2011 ແລະ ໃນຕອນນັ້ນ ຄິມ ຈອງ-ອຶນ ມີອາຍຸພຽງ 27 ປີເທົ່ານັ້ນ.

ທຣັມກ່າວຕໍໄປວ່າ ກຸ່ມຄົນ ທີ່ຢູ່ພາຍໃຕ້ການປົກຄອງ ຂອງຜູ້ນຳໜຸ່ມແຫ່ງເກົາຫຼີເໜືອ ລ້ວນແຕ່ເປັນຂົ້ວອຳນາດເກົ່າ ທີ່ເອີ້ນໄດ້ວ່າເກັ່ງພໍສົມຄວນ ທັງທະຫານລະດັບນາຍພົນ ແລະ ພະນັກງານອາວຸໂສ ເຊິ່ງແນ່ນອນວ່າ ມີຫຼາຍຄົນ ທີ່ຕ້ອງການໂຄ່ນລົ້ມອຳນາດຂອງ ຄິມ ຈອງ-ອຶນ ແຕ່ລາວກໍ່ສາມາດຈັດການ ສະຖານະການ ໄດ້ທຸກເທື່ອ. ເຫັນໄດ້ຊັດເຈນວ່າ ຜູ້ນຳສູງສຸດຂອງເກົາຫຼີເໜືອ "ເປັນຄົນທີ່ສະຫຼາດ ແລະ ເກັ່ງຫຼາຍ" ອີກທັງຍັງມີໄຫວພິບທີ່ຫຼັກແຫຼມ ແຕ່ທາງດ້ານອາເມຣິກາ ບໍ່ອາດປ່ອຍໃຫ້ສະຖານະການ ເທິງແຫຼມສະໝຸດເກົາຫຼີທີ່ "ເປັນແບບນີ້ມານານແລ້ວ" ຍັງຄົງ "ເປັນແບບນີ້ຕໍ່ໄປອີກ".

ແຕ່ຢ່າງໃດກໍ່ຕາມ ທຣັມຮັກສາທ່າທີ ຕໍ່ປະເດັນຄຳຖາມກ່ຽວກັບ ການໃຊ້ມາຕະການທາງການທະຫານ ຕໍກັບເກົາຫຼີເໜືອ ໂດຍປຽບທຽບວ່າ ການຈັດການກັບເກົາຫຼີເໜືອໃນເລື່ອງນີ້ ຄືກັນກັບການຫຼິ້ນໝາກລຸກ ເຊິ່ງຈະສະແດງທ່າທີໃຫ້ອີຝ່າຍຮູ້ບໍ່ໄດ້ ວ່າກຳລັງຄິດຫຍັງຢູ່ ແລະ ລາວ "ບໍ່ແຮັບປີ້" ຫາກທາງເກົາຫຼີເໜືອ ທົດສອບນິວເຄລຍເທື່ອໃໝ່ ແລະ ເຊື່ອໝັ້ນວ່າຈີນ ກໍ່ຮູ້ສຶກເຊັ່ນດຽວກັນ. ສ່ວນການທົດສອບຂີປະນາວຸດ ເທື່ອລ່າສຸດຂອງເກົາຫຼີເໜືອ ທີ່ເກີດຂຶ້ນເມື່ອວັນເສົາທີ່ຜ່ານມາ ແຕ່ບໍ່ປະສົບຜົນສຳເລັດນັ້ນ ຜູ້ນຳອາເມຣິກາກ່າວວ່າ ເພາະຂີປະນາວຸດລູກນັ້ນ ຍັງບໍ່ທັນມີຄຸນະພາບພໍ ແຕ່ສຸດທ້າຍເກົາຫຼີເໜືອຕ້ອງມີ "ຂອງດີ" ເຊື່ອງຢູຢ່າງແນ່ນອນ.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments