"ທ່ານ ປູຕິນ" ຮຽກຮ້ອງໃຫ້ທຸກຝ່າຍຫັນມາເຈລະຈາ ຢຸດການກະທຳທີ່ຂັດແຍ່ງເລື່ອງ "ເກົາຫຼີເໜືອ"


ປະທານາທິບໍດີ ວລາດິເມຍ ປູຕິນ ຂອງຣັດເຊຍ ຮຽກຮ້ອງໃຫ້ທຸກຝ່າຍ ຫັນກັບມາສູ່ໂຕ໊ະເຈລະຈາກັບເກົາຫຼີເໜືອ ທ່າມກາງສະຖານະການຄວາມຕຶງຄຽດ ໃນແຫຼມສະໝຸດເກົາຫຼີ ທີ່ເພີ່ມຂຶ້ນເລື້ອຍໆ.

ທັງນີ້ ປູຕິນກ່າວ ຫຼັງຈາກທີ່ພົບກັບ ຊິນໂສະ ອາເບະ ນາຍົກຍີ່ປຸ່ນ ທີ່ນະຄອນຫຼວງມອສໂກ ປະເທດຣັດເຊຍ ເມື່ອວັນທີ 27 ເມສາທີ່ຜ່ານມາ ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງ ຫຼີກລ່ຽງການໃຊ້ຖ້ອຍຄຳ ທີ່ເຮັດໃຫ້ຜິດຖຽງກັນ ພ້ອມກັບຢໍ້າວ່າຕົນ ແລະ ອາເບະ ຕ້ອງການທີ່ຈະເຫັນການລົມກັນ ທີ່ສ້າງສັນ ແລະ ເປັນໄປຢ່າງສັນຕິ ລະຫວ່າງອາເມຣິກາ ກັບເກົາຫຼີເໜືອ.

ໃນຊ່ວງທີ່ຜ່ານມາ ເກົາຫຼີເໜືອ ແລະ ອາເມຣິກາ ລ້ວນແຕ່ພາກັນເຮັດສົງຄາມນໍ້າລາຍກັນໄປມາ ໂດຍ ຄິມ ຈອງ ອຶນ ຜູ້ນຳເກົາຫຼີເໜືອ ຍັງເດີນໜ້າທີ່ຈະເຮັດການທົດສອບຂີປະນາວຸດຕໍ່ໄປ ເຖິງແມ່ນວ່າຈະມີຄຳເຕືອນໃຫ້ຢຸດຕິ ເພາະຂັດຕໍ່ຂໍ້ມະຕິຂອງສະຫະປະຊາຊາດຕໍ່ເກົາຫຼີເໜືອ ຂະນະທີ່ອາເມຣິກາປະກາດວ່າ ລະບົບປ້ອງກັນຂີປະນາວຸດ ”THAAD” ທີ່ນຳໄປຕິດຕັ້ງໃນເກົາຫຼີໃຕ້ ຈະແລ້ວໃນອີກບໍ່ເທົ່າໃດມື້ຕໍ່ໜ້າ ພ້ອມກັບຈະມີການເພີ່ມມາຕະການ ການຄວໍ້າບາດ ທີ່ເຂັ້ມງວດຫຼາຍຂຶ້ນ ຕໍ່ກັບເກົາຫຼີເໜືອ.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments