ເລີ່ມໃກ້ໂຕພວກເຮົາ!! "ເກົາຫຼີເໜືອ" ສົ່ງຈົດໝາຍຂໍ "ອາຊຽນ" ສະໜັບສະໜູນຕົນ ກໍລະນີຂັດແຍ່ງກັບ "ອາເມຣິກາ"


ເມື່ອວັນທີ 27 ເມສາ ສຳນັກຂ່າວເອເອຟພີລາຍງານວ່າ ເກົາຫຼີເໜືອໄດ້ສົ່ງຈົດໝາຍເຖິງ ສະມາຄົມ ປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ ຫຼື ອາຊຽນ ທີ່ມີລາວເປັນສະມາຊິກຢູ່ນຳ ຮຽກຮ້ອງໃຫ້ອາຊຽນສະໜັບສະໜູນເກົາຫຼີເໜືອ ໃນຄວາມຂັດແຍ່ງທີ່ເກົາຫຼີເໜືອ ມີກັບອາເມຣິກາ ເພື່ອຫຼີກລ່ຽງ ສິ່ງທີ່ເກົາຫຼີເໜືອເຕືອນວ່າຈະເປັນການ “ສັງຫານໝູ່ດ້ວຍນິວເຄລຍ”.

ຈົດໝາຍດັ່ງກ່າວໄດ້ສົ່ງເຖິງເລຂາທິການອາຊຽນ ໂດຍ ຣີ ຍອງໂຮ ລັດຖະມົນຕີຕ່າງປະເທດເກົາຫຼີເໜືອ ເຕືອນວ່າ ສະຖານະການໃນແຫຼມສະໝຸດເກົາຫຼີນັ້ນອ່ອນໄຫວ ທີ່ຈະພັດທະນາກາຍເປັນສົງຄາມ ເພາະພຶດຕິກຳຂອງອາເມຣິກາ.

ຣີ ຍອງໂຮ ຮຽກຮ້ອງໃຫ້ເລຂາທິການອາຊຽນ ແຈ້ງຕໍ່ລັດຖະມົນຕີຕ່າງປະເທດ ຂອງປະເທດສະມາຊິກອາຊຽນທັງ 10 ຊາດ ກ່ຽວກັບສະຖານະການອັນຮ້າຍແຮງ ເທິງແຫຼມສະໝຸດເກົາຫຼີ ແລະ ໃຫ້ຂໍ້ແນະນຳທີ່ເໝາະສົມ. ນອກຈາກນີ້ ຈົດໝາຍດັ່ງກ່າວ ຍັງວິພາກວິຈານ ການຊ້ອມຮົບລະຫວ່າງອາເມຣິກາ ແລະ ເກົາຫຼີໃຕ້ນຳ.

ຈົດໝາຍນີ້ມີຂຶ້ນ ກ່ອນໜ້າການປະຊຸມສຸດຍອດອາຊຽນ ໃນອາທິດນີ້ ທີ່ກຸງມະນິລາ ປະເທດຟີລິບປິນ ເຊິ່ງໂຕແທນຈາກປະເທດໃນອາຊຽນ ຈະຮ່ວມຫາລືໃນປະເດັນດັ່ງກ່າວນີ້ນຳ.

ທັງນີ້ ຄວາມຕຶງຄຽດໃນແຫຼມສະໝຸດເກົາຫຼີສູງຂຶ້ນ ໃນຊ່ວງອາທິດທີ່ຜ່ານມາ ເຊິ່ງເກົາຫຼີເໜືອກໍ່ໄດ້ທົດສອບຂີປະນາວຸດຢ່າງຕໍ່ເນື່ອງ ດ້ານອາເມຣິກາກໍ່ຍິງທົດສອບເຊັ່ນດຽວກັນ ແລະ ອາເມຣິກາກັບເກົາຫຼີໃຕ້ ກໍ່ໄດ້ຮ່ວມຊ້ອມຮົບກັນຄັ້ງໃຫຍ່ ໃກ້ກັບຊາຍແດນເກົາຫຼີເໜືອ ເພື່ອການຂົ່ມຂວັນ.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments