"ດູເຕີເຕ ຜູ້ນຳຟີລິບປິນ" ບອກໃຫ້ອາເມຣິກາ ແລະ ເອີຣົບ ຢ່າແຊກແຊງພູມມິພາກອາຊຽນ

 
ປະທານາທິບໍດີຟີລິບປິນ ໂຣດຣິໂກ ດູເຕີເຕ ຖະແຫຼງການໃນກອງປະຊຸມ ສຸດຍອດຜູ້ນຳ ອາຊຽນ ທີ່ນະຄອນຫຼວງມະນິລາ ຟີລິບປິນ ຮຽກຮ້ອງໃຫ້ຊາດຕາເວັນຕົກ ເຄົາລົບຄວາມເປັນອິດສະຫຼະຂອງອາຊຽນ ແລະ ປະຕິບັດໃນລະດັບ ທີ່ເທົ່າທຽມເຊິ່ງກັນ ແລະ ກັນ ເພື່ອໃຫ້ອາຊຽນ ແລະ ຊາດຕາເວັນຕົກເຊັ່ນ: ອາເມຣິກາ ແລະ ເອີຣົບ ເພີ່ມຄວາມສຳພັນ ໄດ້ແນບແໜ້ນຍິ່ງຂຶ້ນ.

ຂະນະດຽວກັນ ດູເຕີເຕ ລະບຸວ່າອາຊຽນທັງ 10 ຊາດ ຈຳເປັນຕ້ອງຮັບມືກັບ ປະເດັນດ້ານຄວາມໝັ້ນຄົງ ເຊິ່ງລວມທັງການກໍ່ການຮ້າຍ ແລະ ບັນຫາໂຈນສະຫຼັດໃນທະເລ ລວມທັງບັນຫາຢາເສບຕິດ.

ດ້ານ ສຳນັກຂ່າວກຽວໂດ ລາຍງານອີງໃສ່ແຫຼ່ງຂ່າວ ພາຍໃນກອງປະຊຸມວ່າ ດູເຕີເຕ ໄດ້ບອກກັບຜູ້ນຳຊາດອາຊຽນວ່າ ອາເມຣິກາຄວນຖອນໂຕ ຈາກບັນຫາໃນແຫຼມສະໝຸດເກົາຫຼີ ແລະ ປ່ອຍໃຫ້ຈີນເປັນຜູ້ຈັດການເລື່ອງດັ່ງກ່າວ ໂດຍທາງຈີນຄວນຮຽກຮ້ອງໃຫ້ ຄິມ ຈອງ ອຶນ ຜູ້ນຳເກົາຫຼີເໜືອ ຢຸດການທົດສອບອາວຸດນິວເຄລຍ ກ່ອນທີ່ ດູເຕີເຕ ຈະເປີດເຜີຍຫຼັງການປະຊຸມວ່າ ອາຊຽນກັງວົນກ່ຽວກັບ ປະເດັນເກົາຫຼີເໜືອ ທີ່ເກີດຈາກເດັກນ້ອຍ 2 ຄົນ ກຳລັງຫຼິ້ນຂອງຫຼິ້ນ.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments