"ກະຊວງການເງິນ" ຢືນຢັນ ຈະຄຸ້ມຄອງການ "ເກັບລາຍຮັບ ບໍ່ໃຫ້ຮົ່ວໄຫລ ແລະ ໃຫ້ຄົບຖ້ວນ"


 ໃນວັນທີ 27 ​ເມສາ 2017 ນີ້ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນໄດ້ຊີ້​​ແຈ້ງຕໍ່ຂໍ້ຊັກຖາມແລະ ຂໍ້ສະເໜີ ຂອງບັນດາສະມາຊິກ ສະພາແຫ່ງຊາດ ຈາກເຂດເລືອກຕັ້ງຕ່າງໆ ກ່ຽວກັບວິທີການ ແລະ ມາດຕະການຄຸ້ມຄອງ ການເກັບລາຍຮັບ ຂອງກະຊວງການເງິນ ເພື່ອບໍ່ໃຫ້ມີການຮົ່ວໄຫລ ພ້ອມທັງສາມາດ ເກັບລາຍຮັບໄດ້ຄົບຖ້ວນ ຖືກຕ້ອງລະບຽບກົດໝາຍ ໃນກອງປະຊຸມ ສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ VIII.

ທ່ານ ສົມດີ ດວງດີໄດ້ຢືນຢັນວ່າ: ກ່ຽວກັບວິທີການແລະ ມາດຕະການຄຸ້ມຄອງ ການເກັບລາຍຮັບ ຂອງກະຊວງການເງິນເພື່ອບໍ່ໃຫ້ມີການຮົ່ວໄຫລ ພ້ອມທັງ ສາມາດເກັບລາຍຮັບ ໄດ້ຄົບຖ້ວນຖືກຕ້ອງ ລະບຽບກົດໝາຍນັ້ນ, ກະຊວງການເງິນ ໄດ້ສ້າງກົນໄກຊໍາລະ ພາສີ-ອາກອນ ໃຫ້ຜູ້ປະກອບການ ໄດ້ມີຫລາຍຊ່ອງທາງ, ສະດວກ, ຢຸດຕິໃຫ້ພະນັກງານ ຂະແໜງລາຍຮັບ ເກັບລາຍຮັບ ເປັນເງິນສົດນໍາຜູ້ປະກອບການ, ​ໂດຍກະຊວງການເງິນ ໄດ້ລິເລີ່ມ ພັດທະນາ ເຄື່ອງມືທັນສະໄໝເພື່ອອໍານວຍຄວາມສະດວກ ໃຫ້ແກ່ການເສຍພັນທະ ນັບແຕ່ ປີ 2016 ​ເປັນຕົ້ນມາເຊິ່ງຜູ້ປະກອບການ ສາມາດຊໍາລະຜ່ານລະບົບ Smart tax smart VAT ຢູ່ຕາມດ່ານ, ລະບົບຈ່າຍພັນທະອາກອນ ຜ່ານລະບົບທະນາຄານ, ປັດຈຸບັນກໍາລັງພັດທະນາ ອີກຫລາຍລະບົບເພື່ອອໍານວຍຄວາມສະດວກ ໃຫ້ແກ່ຜູ້ປະກອບການ ສາມາດຊໍາລະອາກອນ, ​ເສຍຄ່າທໍານຽມຕ່າງແລະເສຍຄ່າທາງ ລວມສູນເສຍບາດດຽວ ຜ່ານລະບົບ ATM ​ແລະ ຜ່ານໂທລະສັບມືຖືເພື່ອຫລີກລjຽງບໍ່ໃຫ້ ພະນັກງານເກັບຕົວຈິງ. ທ່ານ ສົມດີ ວງດີກ່າວຕື່ມວ່າ: ການຂະຫຍາຍຖານລາຍຮັບ ຈາກທີ່ເກັບກໍາຖານລາຍຮັບ ໄດ້ຊັດເຈນ, ມີລະບົບເສຍອາກອນ ຄົບຖ້ວນແລ້ວ ກະຊວງການເງິນ ຈະສຸມໃສ່ການປະເມີນ, ການວິເຄາະວິໄຈ ຖານຂໍ້ມູນນັ້ນ ເພື່ອເຮັດໃຫ້ ຜູ້ປະກອບການຊໍາລະພັນທະ ພາສີ-ອາກອນ ໃຫ້ລັດ ຖືກຕ້ອງສອດຄ່ອງກັບ ຕົວເລກລາຍຮັບທຸລະກິດ ທີ່ເຂົາເຈົ້າໄດ້ດໍາເນີນຕົວຈິງ. ອີກດ້ານໜຶ່ງທີ່ສໍາຄັນ ກໍາລັງຂະຫຍາຍຖານລາຍຮັບ ໂດຍໃຫ້ຜູ້ປະກອບການ ຖືບັນຊີຕາມກົດໝາຍແລະ ລະບຽບການ, ປະຕິບັດຊໍາລະອາກອນ ໃຫ້ຖືກຕ້ອງກັບຕົວຈິງ ເປັນຕົ້ນ ການຕັ້ງເຄື່ອງ, ການລົງທະບຽນເງິນສົດ ໃນບັນດາ ຫົວໜ່ວຍທຸລະກິດເຊັ່ນ: ​ໂຮງແຮມ, ຮ້ານອາຫານ, ຮ້ານຊັບພະສິນຄ້າແລະ ອື່ນໆ, ການສ້າງລະບົບຄຸ້ມຄອງ ຂໍ້ມູນຂ່າວສານ ທາງດ້ານລາຍຮັບໃຫ້ຄົບຊຸດ ປັດຈຸບັນ ກະຊວງການເງິນ ໄດ້ຮັບເງິນກູ້ຢືມ ແບບຜ່ອນຜັນຈາກ ເກົາຫລີເຊິ່ງກໍາລັງດໍາເນີນການ ຄາດວ່າຈະໃຊ້ເວລາ 18-24 ​​ເດືອນ ຈະສາມາດທົດລອງນໍາໃຊ້ ໃນປີ 2019 ນີ້.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ແຫລ່ງຂ່າວຈາກ: ຂປລ, ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments