ສອງໜຸ່ມ "ດົງອຸນ ດູຈຸນ" ນັກຮ້ອງດັງຈາກເກົາຫລີໃຕ້ ບິນມາຖ່າຍລາຍການທີ່ "ປະເທດລາວ" "ວົງທີ່ມີເພງທີ່ທຸກຄົນຮູ້ຈັກແນ່ນອນ"


 ສອງໜຸ່ມຫຼໍ່ຈາກເກົາຫລີໃຕ້ Dongwoon (ດົງອຸນ) ແລະ Dujun (ດູຈຸນ) ສະມາຊິກວົງ Highlight ໄດ້ເດີນທາງມາທີ່ປະເທດລາວໃນວັນທີ 28 ເມສາ ທ່າມກາງການຕ້ອນຮັບຂອງແຟນໆ ຈາກປະເທດລາວ ຢ່າງໜາແໜ້ນ ທີ່ສະໜາມບິນສາກົນວັດໄຕ.



ໂດຍສອງໜຸ່ມນີ້ເດີນທາງມາທີ່ປະເທດລາວ ເພື່ອຖ່າຍທຳລາຍການ KBS Battle Trip ແລະ ຈະໃຊ້ສະຖານທີ່ຕ່າງໆໃນປະເທດລາວ ເປັນສະຖານທີ່ໃນການຖ່າຍທຳ. ເວົ້າໄດ້ວ່າການມາຂອງສອງໜຸ່ມນີ້ ເຮັດເອົາສາວນ້ອຍສາວໃຫຍ່ ແຟນຄັບທັງຫລາຍຕື່ນເຕັ້ນ ແລະ ດີໃຈກັນຢ່າງຫລວງຫລາຍເລີຍ.



ປະຫວັດວົງ Highlight 

Highlight (ເກົາຫຼີ: 하이라이트) ເປັນກຸ່ມນັກຮ້ອງຊາຍເກົາຫຼີໃຕ້ ເຊິ່ງປະຈຸບັນມີສະມາຊິກ 5 ຄົນ ແຕ່ກ່ອນມີຊື່ວົງວ່າ BEAST ທີ່ຫຍໍ້ມາຈາກ Boys of EAst Standing Tall ແລະ ໃນວັນທີ 14 ຕຸລາ 2009 ໄດ້ມີການເປີດໂຕມິິນິອາລະບໍ້າ ທີ່ມີຊື່ວ່າ Beast Is The B2ST  ໂດຍໃນມື້ດຽວກັນໄດ້ມີການເປີດໂຕ MV ເພງທຳອິດຄື "Bad Girl" ແລະ ບໍ່ເທົ່າໃດມື້ ດ້ວຍຄວາມນິຍົມ ກໍ່ເຮັດໃຫ້ຜົນງານຂາຍໄດ້ 10,000 ແຜ່ນ.
ເມື່ອວັນທີ 15 ທັນວ່າ 2016 ທີ່ຜ່ານມາ ທາງວົງໄດ້ເປີດໂຕກັບຄ້າຍເພງໃໝ່ ແລະ ໄດ້ປ່ຽນຊື່ວົງເປັນ Highlight.


ຜົນງານເພງທີ່ທຸກຄົນຮູ້ຈັກແນ່ນອນ

ຜົນງານເພງທີ່ທາງຜູ້ຂຽນເຊື່ອວ່າຫຼາຍຄົນຮູ້ຈັກແນ່ນອນກໍ່ຄືເພງ: "Fiction" ລອງໄປຟັງກັນ.




ຈັງຫວະດົນຕີຄຸ້ນໆແມ່ນບໍ່? ແມ່ນແລ້ວ ມັນເປັນເພງທີ່ທາງປະເທດໄທ ຈັບໄປດັດແປງກາຍເປັນເພງ "ແຄ່ໂສດ" (แค่โสด by Soloist) ທີ່ເກືອບທຸກງານລ້ຽງປີໃໝ່ລາວທີ່ຜ່ານຕ້ອງເປີດ ແລະ ເຕັ້ນເຕັມທີ່ ລອງໄປຟັງກັນ.




າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຂອບໃຈແຫຼ່ງຂ່າວຈາກ: muan.la, wikipedia, youtube, ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments