ຣັດເຊຍເລັງສ້າງ "ເຮືອບັນທຸກຍົນຮົບ" "ໃຫຍ່ທີ່ສຸດໃນໂລກ" ແຂ່ງກັບອາເມຣິກາ !!!


 ເວັບໄຊ້ຂ່າວອັງກິດ “The Independent” ລາຍງານຈາກນະຄອນຫຼວງມອສໂກ ປະເທດຣັດເຊຍ ເມື່ອວັນທີ 25 ເມສາວ່າ ຣັດເຊຍກຽມສ້າງເຮືອບັນທຸກຍົນຮົບ ທີ່ໃຫຍ່ທີ່ສຸດໃນໂລກ “Shtorm craft” ເພື່ອແຂ່ງຂັນອຳນາດກັບ “ເຮືອບັນທຸກຍົນ ຂອງລັດຖະບານອາເມຣິກາ” ເຊິ່ງໃນຂະນະນີ້ ເປັນເຈົ້າຂອງສະຖິຕິ ເຮືອບັນທຸກຍົນ ທີ່ໃຫຍ່ທີ່ສຸດໃນໂລກ ໂດຍງົບປະມານທີ່ທາງຣັດເຊຍ ຄາດວ່າຈະໃຊ້ ແມ່ນສູງເຖິງ 17,500 ລ້ານໂດລ່າ (ປະມານ 141,788,712,438,000 ກີບ).
 
ໂຄງການດັ່ງກ່າວມີຊື່ວ່າ “Project 23E000E” ເຊິ່ງຈະສາມາດບັນທຸກຍົນຂັບໄລ່ ໄດ້ຫຼາຍກວ່າ 90 ລຳ ແລະ ຈະແລ້ວໃນປີ 2030 ຫຼື ອີກ 13 ປີຂ້າງໜ້ານີ້.

ໂດຍເຮືອຣັດເຊຍລຳໃໝ່ ຈະມີຂະໜາດເທົ່າກັບສະໜາມເຕະບານມາຕະຖານເຖິງ 3 ສະໜາມ ບັນຈຸລູກເຮືອໄດ້ 4,000 ຄົນ ແລະ ເປັນເຮືອແບບພະລັງງານນິວເຄລຍ ແຕ່ປະຈຸບັນເຮືອບັນທຸກຍົນ ຂອງຣັດເຊຍແມ່ນ “ແອດໄມຣັລ ຄຸຊເນຊອຟ” ທີ່ໃຊ້ງານມາຕັ້ງແຕ່ປີ 1985 ສາມາດບັນທຸກຍົນໄດ້ພຽງ 30 ລຳ.


າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments