ບໍ່ຟຣີ!! "ທຣັມ" ບອກຄ່າລະບົບປ້ອງກັນຂີປະນາວຸດ THAAD "1,000 ລ້ານໂດລ່າ" ແຕ່ເກົາຫຼີໃຕ້ບໍ່ຈ່າຍ !!!



ສຳນັກຂ່າວເອເອຟພີ ລາຍງານວ່າ ເມື່ອວັນທີ 28 ເມສາ ເກົາຫຼີໃຕ້ອອກມາປະຕິເສດ ຂໍ້ຮຽກຮ້ອງຂອງປະທານາທິບໍດີ ໂດນັລດ໌ ທຣັມ ຂອງອາເມຣິກາ ທີ່ລະບຸວ່າ ເກົາຫຼີໃຕ້ຄວນທີ່ຈະຈ່າຍເງິນ ຄ່າລະບົບປ້ອງກັນຂີປະນາວຸດ “THAAD” ມູນຄ່າ 1,000 ລ້ານໂດລ່າ ທີ່ອາເມຣິກາ ແລະ ເກົາຫຼີໃຕ້ ຕົກລົງນຳມາຕິດຕັ້ງທີ່ເກົາຫຼີໃຕ້ ເພື່ອເຮັດໜ້າທີ່ປ້ອງກັນໄພຄຸກຄາມ ຈາກເກົາຫຼີເໜືອ ທ່າມກາງຄວາມຕຶງຄຽດ ເທິງແຫຼມສະໝຸດເກົາຫຼີທີ່ເພີ່ມຂຶ້ນ.

ຂ່າວລະບຸວ່າ ທຣັມໄດ້ໃຫ້ສຳພາດກັບສຳນັກຂ່າວຣອຍເຕີ້ວ່າ ຕົນໄດ້ແຈ້ງຕໍ່ກັບເກົາຫຼີໃຕ້ ວ່າສົມຄວນທີ່ຈະຈ່າຍເງິນ ສຳລັບລະບົບທີ່ມີມູນຄ່າມະຫາສານນີ້ ໂດຍບອກວ່າ ລະບົບ THAAD ເປັນສິ່ງຂອງທີ່ມະຫັດສະຈັນ ທີ່ສາມາດຍິງຂີປະນາວຸດເທິງທ້ອງຟ້າໄດ້.

ທາງດ້ານ ກະຊວງປ້ອງກັນປະເທດເກົາຫຼີໃຕ້ ອອກມາໂຕ້ຕອບ ດ້ວຍການອ້າງອີງເຖິງ ຂໍ້ຕົກລົງວ່າດ້ວຍ ສະຖານະຂອງກອງກຳລັງ ກ່ຽວກັບການຢູ່ໃນເກົາຫຼີໃຕ້ ຂອງກອງທັບອາເມຣິກາ ທີ່ລະບຸວ່າ ເກົາຫຼີໃຕ້ຈະຈັດຫາສະຖານທີ່ ແລະ ໂຄງສ້າງພື້ນຖານຂອງການຕິດຕັ້ງລະບົບ THAAD ສ່ວນອາເມຣິກາຈະຈ່າຍເງິນ ຄ່າເຄື່ອນຍ້າຍ ແລະ ດຳເນີນການທັງໝົດ ເຊິ່ງຈະບໍ່ປ່ຽນແປງໄປຈາກນີ້.

ທັງນີ້ ເກົາຫຼີໃຕ້ ແລະ ອາເມຣິກາ ເປັນພັນທະມິດດ້ານຄວາມໝັ້ນຄົງ ລະຫວ່າງກັນ ໃນຕອນສົງຄາມເກົາຫຼີຊ່ວງປີ 1950 -1953 ແລະ ມີທະຫານອາເມຣິກາປະຈຳການທີ່ເກົາຫຼີໃຕ້ຫຼາຍກວ່າ 28,000 ຄົນ.

ລະບົບ THAAD ກຳລັງຖືກຕິດຕັ້ງທີ່ເກົາຫຼີໃຕ້ ແລະ ຈະສຳເລັດການຕິດຕັ້ງໄວໆນີ້ ແຕ່ເມື່ອຝ່າຍອາເມຣິກາ ຕ້ອງການ ເງິນຄ່າອາວຸດນີ້ເຖິງ 1,000 ລ້ານໂດລ່າ ແຕ່ເກົາຫຼີໃຕ້ບໍ່ຈ່າຍ, ກໍ່ບໍ່ຮູ້ວ່າໂຄງການນີ້ຈະສຳເລັດລົງ ຫຼື ບໍ່???

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments