ອາເມຣິກາ ນຳລະບົບປ້ອງກັນຂີປະນາວຸດ THAAD ຮອດເກົາຫຼີໃຕ້ແລ້ວ "ດ້ານຊາວບ້ານປະທ້ວງ ປະທະກັບຕຳຫຼວດ"



 ສຳນັກຂ່າວຣອຍເຕີ້ ແລະ ເອເອຟພີ ລາຍງານເມື່ອວັນທີ 26 ເມສາ ວ່າລົດພ່ວງທະຫານ 6 ຄັນ ທີ່ບັນຈຸທຸກສ່ວນປະກອບ ລະບົບປ້ອງກັນຂີປະນາວຸດ (ທາດ THAAD) ຂອງອາເມຣິກາ ເດີນທາງຮອດເມືອງຊອງຈູ ປະເທດເກົາຫຼີໃຕ້ແລ້ວ ທ່າມກາງການອອກມາປະທ້ວງ ຂອງຊາວບ້ານ ໃນພື້ນທີ່ໃກ້ຄຽງ. ໂດຍການຕິດຕັ້ງ ມີຂຶ້ນພາຍໃຕ້ຄວາມເຫັນດີກັນຂອງລັດຖະບານອາເມຣິກາ ກັບເກົາຫຼີໃຕ້ ເພື່ອປ້ອງກັນໄພຄຸກຄາມ ຈາກໂຄງການຂີປະນາວຸດ ແລະ ນິວເຄລຍ ຂອງເກົາຫຼີເໜືອ ທີ່ກຳລັງຕຶງຄຽດນະປະຈຸບັນນີ້.

ຄິມ ຈອງ ຄຍອງ ໜຶ່ງໃນແກນນຳຊາວບ້ານ ຕໍ່ຕ້ານການຕິດຕັ້ງລະບົບ THAAD ເປີດເຜີຍກັບນັກຂ່າວວ່າ ມີປະຊາຊົນໄດ້ຮັບບາດເຈັບ ຈາກການປະທະກັບຕຳຫຼວດຫຼາຍກວ່າ 10 ຄົນ ຈາກຈຳນວນຊາວບ້ານ ທີ່ພາກັນມາປະທ້ວງປະມານ 200 ຄົນ.



ປະເດັນນີ້ຍັງເປັນປະເດັນທາງການເມືອງ ພາຍໃນປະເທດຂອງເກົາຫຼີໃຕ້ ທີ່ກຳລັງຈະມີການເລືອກຕັ້ງປະທານາທິບໍດີ ໃນວັນທີ 9 ພຶດສະພາທີ່ຈະມາຮອດ ໂດຍໂຄສົກຂອງ ມຸນ ແຈ-ອິນ ຜູ້ສະໝັກທີ່ມາແຮງ ກ່າວວ່າ ການຕັດສິນໃຈໃຫ້ຕິດຕັ້ງລະບົບ THAAD ໃນປະເທດ ຖືເປັນການປະຕິເສດຕໍ່ຄວາມຄິດເຫັນ ຂອງປະຊາຊົນ ພ່້ອມທັງຮຽກຮ້ອງໃຫ້ລັດຖະບານ ຢຸດແຜນການດັ່ງກ່າວໄວ້ກ່ອນ ຈົນກວ່າລັດຖະບານຊຸດໃໝ່ຈະເຂົ້າມາ.

 
ດ້ານກະຊວງປ້ອງກັນປະເທດຂອງອາເມຣິກາ ກ່າວວ່າ ການຕິດຕັ້ງລະບົບປ້ອງກັນຂີປະນາວຸດດັ່ງກ່າວ ເປັນມາຕະການທີ່ຈຳເປັນ ໃນການປົກປ້ອງເກົາຫຼີໃຕ້ ແລະ ຊາດພັນທະມິດຂອງອາເມຣິກາ ໃຫ້ພົ້ນຈາກໄພຄຸກຄາມຂອງເກົາຫຼີເໜືອ ແລະ ລະບົບນີ້ຈະຖືກຕິດຕັ້ງໃຫ້ໄວທີ່ສຸດເທົ່າທີ່ຈະເປັນໄປໄດ້.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments