ງ່າຍອີ່ຫຼີ! ຢາກລວຍເປັນມະຫາເສດຖີ "ອັບດັບ 1 ຂອງໂລກ ແບບ Bill Gates" ພຽງແຕ່ເຮັດສິ່ງນີ້!


ບິລ ເກຕສ໌ ເປັນນັກທຸລະກິດຊາວອາເມຣິກາ ລາວໄດ້ຮ່ວມກັບ ພອລ ແອລເລນ ກໍ່ຕັ້ງບໍລິສັດ ໄມໂຄຣຊອຟທ໌ ແລະ ລາວໄດ້ຮັບການຈັດອັນດັບ ໃຫ້ເປັນບຸກຄົນທີ່ລວຍທີ່ສຸດໃນໂລກ ຫຼາຍປີຕິດຕໍ່ກັນ ລວມທັງປີ 2017 ນີ້.

ເຖິງແມ່ນວ່າ ລາວຈະຢູ່ໃນວົງການຄອມພິວເຕີ ແລະ ເກັ່ງທາງດ້ານໄອທີ ແຕ່ວຽກທີ່ລາວເຮັດປະຈຳ ແລະ ຫຼັງໄຫຼທີ່ສຸດແມ່ນການອ່ານໜັງສື ຈົນໄດ້ຊື່ວ່າເປັນຫນອນໜັງສືນັກອ່ານ ໂດຍລາວມີຄະຕິປະຈຳໂຕວ່າ A Leader is a Reader ຫຼື "ຜູ້ນຳແມ່ນນັກອ່ານ".

ສາເຫດທີ່ເຮັດໃຫ້ ບິລ ເກຕສ໌ ຫຼັງໄຫຼການອ່ານໜັງສື ແມ່ນມາຈາກ ໄວເດັກທີ່ພໍ່ ແລະ ແມ່ ກະຕຸ້ນໃຫ້ລາວອ່ານ ແລະ ວິເຄາະ ສິ່ງຕ່າງໆຈາກປຶ້ມ ໂດຍອະນຸຍາດໃຫ້ເບິ່ງໂທລະພາບພຽງວັນເສົາ ແລະ ອາທິດ ເມື່ອເຕີບໃຫຍ່ຂຶ້ນມາ ບິລ ເກຕສ໌ ເລີຍບໍ່ມັກເບິ່ງໂທລະພາບ ເພາະຮູ້ສຶກເສຍດາຍເວລາຂອງການອ່ານໄປ.

ໃນຊ່ວງອາຍຸ 7 ປີ ບິລ ເກຕສ໌ ອ່ານສາລານຸກົມຄວາມຮູ້ ທີ່ພໍ່ແມ່ຊື້ໃຫ້ ຕັ້ງແຕ່ຕົ້ນຈົນຈົບ ຫຼັງຈາກນັ້ນກໍ່ໄດ້ເລີ່ມອ່ານ ຊີວະປະຫວັດຄົນດັງ ພ້ອມທັງແຕ້ມຄວາມຝັນວ່າ ຈັກມື້ໜຶ່ງລາວຕ້ອງປະສົບຜົນສຳເລັດໃຫ້ໄດ້.

ເມື່ອກ້າວເຂົ້າສູ່ຊ່ວງເຮັດທຸລະກິດ ເຖິງແມ່ນວ່າ ບິລ ເກຕສ໌ ຈະມີເວລາຫວ່າງໜ້ອຍຫຼາຍ ແຕ່ກໍ່ຍັງແບ່ງເວລາໜຶ່ງຊົ່ວໂມງ ສຳລັບການອ່ານໜັງສືພິມ ແລະ ວາລະສານທຸກມື້, ຫ້ອງສະໝຸດສ່ວນໂຕຂອງລາວສະສົມປຶ້ມໄວ້ຫຼາຍກວ່າ 14,000 ຫົວ ແລະ ເມື່ອມີລູກ ບິລ ເກຕສ໌ ກໍ່ຊື້ປຶ້ມໃຫ້ລູກອ່ານ ກ່ອນທີ່ຈະຊື້ຄອມພິວເຕີໃຫ້ໃນເວລາທີ່ເໝາະສົມ ໂດຍໃຫ້ເຫດຜົນວ່າ ເຖິງແມ່ນວ່າຄອມພິວເຕີ ຈະເປັນແຫຼ່ງໃຫ້ກຳເນີດຂໍ້ມູນຄວາມຮູ້ຫຼາຍຢ່າງ ແຕ່ບໍ່ອາດຊ່ວຍໃຫ້ມະນຸດ ສ້າງອຸປະກອນ ຫຼື ຜະລິດຂໍ້ມູນ ໄດ້ມີປະສິດທິພາບ ທຽບເທົ່າກັບການໄດ້ອ່ານປຶ້ມ ຫຼື ບົດຄວາມ ຫຼື ການຂຽນບົດຄວາມ.

ແຕ່ຢ່າງໃດກໍ່ຕາມ ບິລ ເກຕສ໌ ຮູ້ດີວ່າ ການພັດທະນາຂອງເທັກໂນໂລຢີ ຈະເຮັດໃຫ້ຮູບແບບຂອງປຶ້ມປ່ຽນໄປ ແລະ ໃນອະນາຄົດ ປຶ້ມກໍ່ຈະປ່ຽນໄປເປັນແບບເຄື່ອງມືພົກພາ ແຕ່ການອ່ານຍັງເປັນປັດໃຈທີ່ສຳຄັນ ຂອງຄວາມສຳເລັດ.

A Leader is a Reader "ຜູ້ນຳແມ່ນນັກອ່ານ".

 

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
 
ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

 
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments