10 ຜູ້ນຳປະເທດທີ່ "ອາຍຸນ້ອຍ" ແລະ ຍັງດຳລົງຕຳແໜ່ງ "ພິເສດ: ມີທ່ານ ທອງລຸນ ນຳ"



ການເມືອງຂອງຄົນລຸ່ນໃໝ່ກຳລັງມາ ຫຼັງຈາກທີ່ໄຊຊະນະຂອງ "ເອັມມານູເອລ ມາຄຣົງ" ນັກການເມືອງໜຸ່ມໄວ 39 ປີ ວ່າທີ່ປະທານາທິບໍດີ ຄົນທີ່ 25 ຂອງຝຣັ່ງ ເຊິ່ງຖືເປັນຜູ້ນຳ ທີ່ມີອາຍຸນ້ອຍທີ່ສຸດ ໃນປະຫວັດສາດຂອງປະເທດ.

ທີ່ຜ່ານມາບາງຄົນອາດເຄີຍເຫັນໜ້າຕາອັນຫຼໍ່ ແລະ ຍັງໜຸ່ມຂອງ "ຈັສຕິນ ທຣູໂດ" ນາຍົກການາດາ ທີ່ຊະນະການເລືອກຕັ້ງໃນປີ 2015 ເມື່ອອາຍຸ 43 ປີ (ປະຈຸບັນ 45 ປີ). 


 ມື້ນີ້ທາງທີມງານ Devcrown.com ຂອງພວກເຮົາຈະພາມາເບິ່ງ 10 ຜູ້ນຳປະເທດ ທີ່ມີອຳນາດ ຕັ້ງແຕ່ຍັງນ້ອຍ ແລະ ຍັງຄອງຕຳແໜ່ງຈົນຮອດປະຈຸບັນ ວ່າມີໃຜແດ່.
 
1. ຮັງກາຣີ: ວິກເຕີ ອໍບານ


ນາຍົກສະໄໝທຳອິດໃນປີ 1998 ໂດຍໃນຕອນນັ້ນມີອາຍຸພຽງ 35 ປີ ແລະ ພົ້ນຈາກຕຳແໜ່ງໃນປີ 2002 ກ່ອນທີ່ຈະເຂົ້າມາເປັນນາຍົກ ອີກສະໄໝໃນປີ 2010 ປະຈຸບັນອາຍຸ 53 ປີ.

2. ເບລຢ່ຽມ: ຊາຣ໌ລສ ມິເຊລ 


ໄດ້ຕຳແໜ່ງນາຍົກຕອນອາຍຸ 38 ປີ ໃນປີ 2014 ສ້າງປະຫວັດສາດເປັນຜູ້ນຳເບລຢ່ຽມ ທີ່ມີອາຍຸນ້ອຍທີ່ສຸດ ນັບຕັ້ງແຕ່ປີ 1840 ປະຈຸບັນອາຍຸ 41 ປີ.

3. ເອສໂຕເນຍ: ຢູຣິ ຣາຕັສ 



ຊະນະການເລືອກຕັ້ງໃນປີ 2016 ເຊິ່ງຂຶ້ນເປັນນາຍົກຕອນອາຍຸ 38 ປີ.

4. ຢູເຄຣນ: ໂວໂລດິເມຍ ກຣອຍສ໌ມັນ 


ຊະນະການເລືອກຕັ້ງໃນປີ 2016 ເມື່ອອາຍຸ 38 ປີ ປະຈຸບັນອາຍຸ 39 ປີ.

5. ເກຣັກ: ອເລັກຊິສ ຊີປຣາສ 


ຊະນະການເລືອກຕັ້ງໃນປີ 2015 ດ້ວຍໄວ 40 ປີ ເປັນນາຍົກເກຣັກ ທີ່ມີອາຍຸນ້ອຍທີ່ສຸດໃນຮອບ 150 ປີ ປະຈຸບັນອາຍຸ 42 ປີ.

6. ຕູນິເຊຍ: ຢຸສເຊຟ ຊາເຮດ 



ຂຶ້ນເປັນນາຍົກຕອນອາຍຸ 40 ໃນປີ 2016 ໂດຍລາວເປັນຜູ້ນຳ ທີ່ມີອາຍຸນ້ອຍທີ່ສຸດ ຕັ້ງແຕ່ໄດ້ຮັບເອກະລາດ ເມື່ອປີ 1956.

7. ໂປແລນ: ອັນແຊ ດູດາ 


ຊະນະການເລືອກຕັ້ງ ຂຶ້ນເປັນປະທານາທິບໍດີໃນປີ 2015 ເມື່ອອາຍຸໄດ້ 43 ປີ.

8. ຈໍເຈຍ: ຈໍຈີ ມາຣ໌ຈເວລາຊວິລລີ 


ເຂົ້າດຳລົງຕຳແໜ່ງເມື່ອອາຍໄດ້ 44 ປີ ໃນປີ 2013.

9. ເມັກຊິໂກ: ເອັນຣິເກ ເປຢາ 


ຂຶ້ນດຳລົງຕຳແໜ່ງປະທານາທິບໍດີ ຄົນທີ່ 57 ຂອງເມັກຊິໂກ ເມື່ອປີ 2012 ໃນໄວ 46 ປີ.

10. ເກົາຫຼີເໜືອ: ຄິມ ຈອງ ອຶນ 


ທາຍາດຕະກູນຄິມ ຜູ້ນຳເກົາຫຼີເໜືອລຸ່ນທີ່ 3 ສືບທອດ ອຳນາດການເມືອງ ຫຼັງການເສຍຊີວິດຂອງບິດາ ເມື່ອເດືອນທັນວາ 2011 ເມື່ອຕອນອາຍຸ 27 ປີ ປະຈຸບັນ 33 ປີ.

"ພິເສດ" ສປປ ລາວ: ທ່ານ ທອງລຸນ ສີສຸລິດ. ວັນເດືອນປີເກີດ: 10 ພະຈິກ 1945. ສະຖານທີ່ເກີດ: ແຂວງຫົວພັນ, ສປປ ລາວ. ສະຖານະພາບ: ສົມລົດກັບ ທ່ານນາງ ນາລີ ສີສຸລິດ, ມີບຸດ 3 ຄົນ. ສາສະໜາພຸດ: ພຸດ. ຕຳແໜ່ງ: ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນປີ 2016 ໃນຂະນະທີ່ອາຍຸບໍ່ໜຸ່ມປານໃດ 71 ປີ (ແຕ່ໜ້າຕາທ່ານຍັງໜຸ່ມຫຼາຍ ເມື່ອທຽບກັບອາຍຸ) ແລະ ທ່ານກໍ່ເປັນໜຶ່ງໃນຜູ້ນຳທີ່ເຂົ້າໃຈໄວໜຸ່ມ ແລະ ຫັນປະເທດໃຫ້ທັນສະໄໝ ຕາມຍຸກ.



າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments