ຣັດເຊຍສະຫຼອງວັນ "ໄຊຊະນະສົງຄາມໂລກ ຄັ້ງທີ່ 2" ສະແດງອະນຸພາບທາງການທະຫານ ຢ່າງຍິ່ງໃຫຍ່!!!


ສຳນັກຂ່າວຕ່າງປະເທດລາຍງານວ່າ ເມື່ອວັນທີ 9 ພຶດສະພາ ກອງທັບຂອງຣັດເຊຍ ຈັດຂະບວນການເດີນສວນສະໜາມ ຫຼື ພາເຣດ ສະແດງອະນຸພາບທາງການທະຫານ ທີ່ຈະຕຸລັດແດງ ໃນນະຄອນຫຼວງມອສໂກ ເພື່ອສະເຫຼີມສະຫຼອງເນື່ອງໃນວັນຄົບຮອບ 72 ປີ ແຫ່ງໄຊຊະນະເໜືອນາຊີເຢຍລະມັນ ໃນສົງຄາມໂລກ ຄັ້ງທີ່ 2 ໂດຍການຈັດສະແດງອາວຸດຕ່າງໆຫຼາຍກວ່າ 100 ຊະນິດ.

ທັງນີ້ ປະທານາທິບໍດີ ປູຕິນ ໄດ້ກ່າວສູນທອນພົດ ວ່າເຫດການໃນສົງຄາມໂລກ ຄັ້ງທີ່ 2 ໄດ້ສອນໃຫ້ຣັດເຊຍລະວັງໂຕ ແລະ ກຽມພ້ອມສຳລັບການໂຈມຕີ ແຕ່ລາວຍັງຮຽກຮ້ອງໃຫ້ນານາຊາດ ລວມກັນເປັນໜຶ່ງດຽວ ໃນການຕໍ່ຕ້ານການກໍ່ການຮ້າຍນຳ.

ຣັດເຊຍເປັນປະເທດທີ່ໃຊ້ງົບປະມານ ທາງດ້ານກອງທັບເປັນອັນດັບ 3 ຂອງໂລກ ຮອງຈາກອາເມຣິກາ ແລະ ຈີນ ໂດຍໃນປີ 2016 ຣັດເຊຍ ໃຊ້ງົບປະມານໄປກັບກອງທັບເຖິງ 69,000.00 ລ້ານໂດລ່າ.
 

 

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^.

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ.

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments