ຈີນຍິງທົດສອບຂີປະນາວຸດ ຕ້ອນຮັບ "ປະທານາທິບໍດີເກົາຫຼີໃຕ້" ຄົນໃໝ່!!!



ປະເທດຈີນ ເມື່ອບໍ່ດົນມານີ້ ໄດ້ທົດສອບຍິງຂີປະນາວຸດໃໝ່ ໃນທະເລ ທາງພາກຕາເວັນອອກສ່ຽງເຫນືອ ຂອງປະເທດ ໃກ້ກັບແຫຼມສະໝຸດເກົາຫຼີ ຈາກການເປີດເຜີຍຂອງກະຊວງປ້ອງກັນປະເທດຈີນ ເມື່ອວັນອັງຄານ ທີ 9 ພຶດສະພາທີ່ຜ່ານມາ ທ່າມກາງຄວາມຕຶງຄຽດໃນພູມມິພາກ ຫຼັງຈາກບໍ່ເທົ່າໃດຊົ່ວໂມງ ຂອງເສິກເລືອກຕັ້ງປະທານາທິບໍດີ ເກົາຫຼີໃຕ້ ດຳເນີນການ.

“ການຍິງທົດສອບຂີປະນາວຸດ ໃນເທື່ອນີ້ ເປັນພາລະກິດສຳລັບເພີ່ມ ຄວາມສາມາດຂອງກອງທັບ ແລະ ຕອບໂຕ້ໄພຄຸກຄາມຂອງຄວາມໝັ້ນຄົງ ຂອງປະເທດຢ່າງມີປະສິດທິພາບ”. ກະຊວງປ້ອງກັນປະເທດຈີນ ລະບຸໃນຖະແຫຼງການສັ້ນ.

ມູນ ແຈ-ອິນ ຜູ້ທີ່ໄດ້ຮັບການເລືອກຕັ້ງ ໃຫ້ເປັນປະທານາທິບໍດີຄົນໃໝ່ ຂອງເກົາຫຼີໃຕ້ ໃນຊ່ວງເຊົ້າຂອງວັນທີ 10 ພຶດສະພາ ກ່າວວ່າ ວາລະການດຳລົງຕຳແໜ່ງຂອງລາວ ເລີ່ມຕົ້ນໃນທັນທີ ຫລັງຈາກທີ່ຄະນະກຳມະການການເລືອກຕັ້ງ ຢືນຢັນໄຊຊະນະຂອງລາວຢ່າງເປັນທາງການ.

ຫຼັງຈາກການມາຂອງປະທານາທິບໍດີຄົນໃໝ່ ຂອງເກົາຫຼີໃຕ້ ເຊື່ອໄດ້ແນ່ນອນເລີຍວ່າ ການເມືອງ ແລະ ທັດສະນະແນວຄິດຕໍກັບເກົາຫຼີເໜືອ ຈະໄປທາງທີ່ດີແນ່ນອນ ແລະ ກົງກັນຂ້າມກັບຝ່າຍອາເມຣິກາ.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
 
ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments