ອາເມຣິກາເຕືອນ ຊາວອາເມຣິກາ "ຫ້າມໄປເກົາຫຼີເໜືອ ຫວັ່ນເກົາຫຼີເໜືອຈັບຂັງຍາວ"


ສຳນັກຂ່າວ ເອເອຟພີ ລາຍງານວ່າ ເມື່ອວັນທີ 9 ພຶດສະພາ ກະຊວງຕ່າງປະເທດອາເມຣິກາ ອອກຄຳປະກາດເຕືອນ ພົນລະເມືອງຊາວອາເມຣິກາ ໃຫ້ຫຼີກລ່ຽງການເດີນທາງໄປປະເທດເກົາຫຼີເໜືອ ຫຼັງທາງການເກົາຫຼີເໜືອຈັບກຸມ ຊາວອາເມຣິກາຄົນທີ່ 4 ໂດຍຊີ້ແຈງວ່າ ມີຄວາມສ່ຽງໄພຮ້າຍແຮງ ທີ່ຈະເຮັດໃຫ້ຖືກຂັງ ເປັນເວລາດົນນານ ແລະ ໄດ້ຮັບໂທດ ຈຳຄຸກທີ່ຮຸນແຮງ.

“ກະຊວງການຕ່າງປະເທດ ຂໍເຕືອນພົນລະເມືອງອາເມຣິກາ ວ່າຢ່າເດີນທາງໄປເກົາຫຼີເໜືອ ພົນລະເມືອງອາເມຣິກາໃນເກົາຫຼີເໜືອ ຕົກຢູ່ໃນຄວາມສ່ຽງໄພຢ່າງຮຸນແຮງ ທີ່ຈະຖືກຈັບ ແລະ ຖືກຂັງ ເປັນເວລາດົນນານ ພາຍໃຕ້ກົດລະບຽບຂອງທາງເກົາຫຼີເໜືອ” ຄຳເຕືອນຂອງກະຊວງການຕ່າງປະເທດ ອາເມຣິກາ ກ່າວ.

ທັງນີ້ ຄິມ ຮັກ ຊົງ ເປັນຊາວອາເມຣິກາ ເຊື້ອສາຍເກົາຫຼີ ຄົນທີ່ 4 ທີ່ຖືກ ທາງການເກົາຫຼີເໜືອຈັບກຸມ ເຊິ່ງມີຂຶ້ນທ່າມກາງສະຖານະການ ທີ່ຕຶງຄຽດ ລະຫວ່າງເກົາຫຼີເໜືອກັບອາເມຣິກາ ສືບເນື່ອງມາຈາກໂຄງການພັດທະນາອາວຸດນິວເຄລຍ ແລະ ຂີປະນາວຸດຂອງເກົາຫຼີເໜືອ.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^.

ຂອບໃຈແຫຼ່ງຂ່າວຈາກ:, ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ.

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments