"ກຸ່ມເຮືອນຳທ່ຽວອ່າງນ້ຳງື່ມ" ຍັງພົບຄວາມຫຍຸ້ງຍາກ ໃນການຈັດຕັ້ງເປັນສອງກຸ່ມ






​ເມື່ອທ້າຍ​ອາທິດ​ຜ່ານ​ມາ ທ່ານ ຄຳ​ພອນ ສີ​ລາ​ປະ​ເສີດ ປະທານ​ກຸ່ມ​ເຮືອ​ນຳ​ທ່ຽວ ​ອ່າງ​ນ້ຳ​ງື່ມ​​​ ໄດ້​ໃຫ້​ສຳ​ພາດ ​ຕໍ່​ນັກ​ຂ່າວ​ພວກ​ເຮົາ​ວ່າ: ​ຢາກ​ພັດທະນາ ກຸ່ມ​ເຮືອ​ນຳ​ທ່ຽວ​ອ່າງ​ນ້ຳ​ງື່ມ​ ໃຫ້​ມີ​ປະສິດທິພາບທີ່​ດີ​ ຕ້ອງ​ໄດ້​ມີ​ການ​ປັບປຸງ​ຈັດຕັ້ງ ​ເປັນ​ກຸ່ມ​ດຽວ ​ແລະ ອອກ​ເປັນ​ຄິວ, ທີ່​ຜ່ານ​ມາ​ມີ​ຄວາມ​ສະດວກ ​ແລະ ຂໍ້ຫຍຸ້ງຍາກ ຫລາຍ​ພໍ​ສົມຄວນ, ພ້ອມ​ນີ້ ມີແຂກ​ພາຍ​ໃນ ​ແລະ ຕ່າງປະ​ເທດ ໃຫ້ຄວາມ​ສົນ​ໃຈ​ ມາ​ທ່ອງທ່ຽວ​ສະຖາ​ນ ທີ່​ດັ່ງກ່າວ​​ເພີ່ມ​ຂຶ້ນ ປະມານ 30% ທຽບ​ໃສ່​ປີຜ່ານມາ. ​ໄດ້ສ້າງ​ລາຍ​ຮັບ​ມາສູ່​ທຸລະ​ກິດ​​ ເຮືອນຳ​ທ່ຽວ​​ເກືອບ 10 ລ້ານ​ກີບຕໍ່ລຳຕໍ່​​​ເດືອນ. ​ໃນ​ຄະນະດຽວ​ກັນ​, ທາງ​ກຸ່ມ​ເຮືອ​ນຳ​ທ່ຽວ​ສະ​ເໜີ​  ໃຫ້​ມີ​ການຈັດ​ສັນ​ປັບປຸງ ​ສະຖານ​ທີ່​ຈອດ​ລົດ​​​ ແກ່ລູກຄ້າ​ ໃຫ້ມີ​ຄວາມ​ສະດວກ​ ​ແລະ ຮັບປະກັນ​ ຄວາມ​ປອດ​ໄພຫລາຍ​ຂຶ້ນກວ່າ​ເກົ່າ.

ທ່ານ ຄຳ​ພອນ ສີ​ລາ​ປະ​ເສີດ ກ່າວ​ວ່າ: ກຸ່ມ​ເຮືອ​ນຳ​ທ່ຽວ​ອ່າງ​ນ້ຳ​ງື່ມ ສ້າງ​ຕັ້ງ​ຂຶ້ນໃນປີ 2013, ​ເບື້ອງ​ຕົ້ນມີ​ເຮືອ​ ປະມານ 20 ລຳ, ​​ໃນປັດຈຸບັນ ມີ​ເຮືອນຳ​ທ່ຽວ​ທັງ​ໝົດ 41 ລຳ, ​ໄດ້​ແບ່ງ​ອອກ​ເປັນ 2 ໜ່ວຍ​ບໍລິການ, ​ໂດຍມີ​ຄວາມ​ສະດວກ​ ແລະ ​ຂໍ້ຫຍຸ້ງຍາກ​ພໍ​ສົມຄວນ. ຂໍ້ສະດວກ​ ​ແມ່ນການຈັດ​ເປັນ​ກຸ່ມ ​​ໂດຍມີ​ເປົ້າ​ໝາຍ ​ຮັບ​ໃຊ້​ບໍລິການ​ແຂກ ​ແລະ ສາມາດ​ຊ່ວຍ​ເຫລືອ​ກັນ​ໄດ້ ​ໃນ​ເວລາ​ແຂກ​ຫລາຍ​ເຮືອ​ບໍ​ພໍ, ຜູ້​ທີ່​ມີທຸລະ​ກິດ​ນ້ອຍ​ ກໍ​ສາມາດ​​ເຂົ້າ​ມາຮ່ວມ ​ເຄື່ອນ​ໄຫວ​ບໍລິການ​ໄດ້. ສ່ວນ​ຂໍ້​ເສຍ ເປັນການ​ບໍລິການ​ແຂກ​ໃຜ​ແຂກ​ມັນ ​ແລະ ​ສົ່ງ​ຜົນ​ກະທົບ​ ຕໍ່ຜູ້​ທີ່​ບໍ່​ມີທຸລະ​ກິດ​ ຫລື ພຽງລໍຖ້າ​​​ແຂກ​ເຫລືອ​ເທົ່າ​ນັ້ນ, ຮ້າຍ​​ໄປກວ່າ​ນັ້ນ ຍັງ​ເກີດ​ມີ​ຄວາມ​ຂັດ​ແຍ້​ງ​ ໃນ​ກຸ່ມ​ບໍລິການດ້ວຍ​ກັນ​ເອງ ​​ແລະ ອີກບັນຫາ​ໜຶ່ງ ທີ່​ຖື​ວ່າ​ຍັງ​ແກ້​ບໍ່​​ໄດ້​ ແມ່ນເຮືອ​ນຳ​ທ່ຽວທຸກ​ລຳ​ ບໍ່​ສາມາດ​ເຂົ້າ​ໃກ້​ລິສອດ​ ແດນ​ສະຫວັນ​ເດັດຂາດ ຖ້າ​ເຂົ້າ​ໃກ້​ແມ່ນ ​ຈະ​ຖືກ​ປັບ​ໄໝ 10.000-20.000 ບາດ​ຕໍ່​ຄັ້ັ້ງ.

ທ່ານ ຄຳ​ພອນ ສີ​ລາ​ປະ​ເສີດ ​​ຍັງ​ໄດ້ໃຫ້​ຮູ້​ຕື່ມ​ວ່າ: ປັດຈຸບັນ ມີແຂກມາ​ທ່ອງ​ທ່ຽວ​ຫລາຍ​ຂຶ້ນ ​ເມື່ອທຽບ​ໃສ່ ​ປີຜ່ານມາ​ເຫັນ​ວ່າ ​​​ໄດ້ເພີ່ມຂຶ້ນ​ປະມານ 30%, ​ໃນ​ຕໍ່ໜ້າ​ ເພື່ອ​ຢາກ​ໃຫ້ ການ​ບໍລິການ​ແຂກ​ດີ​ຂຶ້ນ​ກວ່າ​ເກົ່າ ຄວນ​ຕ້ອງ​ໄດ້ປັງ​ປຸງ​ເຮືອ​ນຳ​ທ່ຽວ ໃຫ້​ເປັນ​ໜ່ວຍ​ດຽວ​ກັນ ​ແລະ ຈັດ​ເປັນ​ຄີວບໍລິການ​ແຂກ, ​​ມີ​ຫຍັງກໍລົມ​ກັນ,  ປຶກສາ​ຫາລື​ຊ່ວຍ​ເຫລືອ​ ຊຶ່ງ​ກັນ ​ແລະ ​​ກັນ. ສຳລັບ​ເຮືອ​ນຳ​ທ່ຽວ​ ມີ 3 ລາຄາ ຄື 1 ​ແສນ, 1,5 ​ແລະ 2 ​ແສນ​ກີບ​ຕໍ່​ຖ້ຽວ. ການ​ບໍລິການ​ເຮືອນຳ​ທ່ຽວ​ ອ່າງ​ນ້ຳ​ງື່ມ​ເປັນ​ທຸລະ​ກິດ​ໜຶ່ງ ທີ່​ສຳຄັນ ​ນອກຈາກ​​ເປັນ​ການສ້າງ​ລາຍ​ຮັບ​​ ໃຫ້​ແກ່ທຸລະ​ກິດ ​ກໍ​ຄື​ ຜູ້​ປະກອບ​ການ​ແລ້ວ ຍັງ​ໄດ້​ປະກອບສ່ວນ ​ຈ່າຍ​ພັນທະອາກອນ ​​ໃຫ້​ລັດ​ ແລະ ອາກອນ​ມູນ​ຄ່າ​ເພີ່ມ 10% ຕື່ມ​ອີກ.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຂອບໃຈແຫຼ່ງຂ່າວຈາກ: ປະເທດລາວ, ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments