ຊະນະຂາດລອຍ “ມຸນ ແຈ ອຶນ” ເປັນປະທານາທິບໍດີຄົນໃໝ່ຂອງ "ເກົາຫຼີໃຕ້" ປະກາດຈະເຈລະຈາ "ເກົາຫຼີເໜືອ"


ຜົນຫຼັງຈາກການປິດໜ່ວຍເລືອກຕັ້ງ ໃນເກົາຫຼີໃຕ້ພົບວ່າ ມຸນ ແຈ ອິນ ຈາກພັກປະຊາທິປະໄຕເກົາຫຼີ ອະດີດທະນາຍຄວາມດ້ານສິດທິມະນຸດ ແລະ ອະດີດຄູ່ແຂ່ງຂັນຊິງຕຳແໜ່ງ ອະດີດປະທານາທິບໍດີຍິງ ຂອງເກົາຫຼີໃຕ້ ປາກ ກຶນເຮ ເມື່ອປີ 2012 ກຳໄຊຊະນະຢ່າງຖະລົ່ມຖະລາຍ ໃນການເລືອກຕັ້ງເທື່ອນີ້ ດ້ວຍຄະແນນເຖິງ 41.4 ເປີເຊັນ ຕາມມາດ້ວຍ ຮົງ ຈຸນ ພໂຍ ທີ່ໄດ້ໄປ 23.3 %.

ມຸນ ແຈ ອິນ ເປັນຜູ້ທີ່ມີແນວຄິດສາຍກາງ ປະກາດປ່ຽນແປງນະໂຍບາຍຕໍ່ກັບເກົາຫຼີເໜືອ ໂດຍເນັ້ນໄປທີ່ການເຈລະຈາ ແລະ ອາດຄວບຄູ່ ໄປກັບການດຳເນີນການຄວໍ້າບາດ ເຊິ່ງການຂຶ້ນມາດຳລົງຕຳແໜ່ງ ປະທານາທິບໍດີຂອງລາວ ຈະສົ່ງຜົນກະທົບຕໍກັບທ່າທີ ແລະ ຄວາມສຳພັນຕໍກັບເກົາຫຼີເໜືອ ແລະ ອາເມຣິກາແນ່ນອນ.

ມຸນ ແຈ ອິນ ກ່າວວ່າ ລາວຈະເປັນທີ່ຈະນຳປະເທດຫຼຸດພົ້ນຈາກການສໍ້ລາດບັງຫຼວງ ໃນຍຸກສະໄໝຂອງປະທານາທິບໍດີຍິງ ປາກ ກຶນເຮ ໂດຍກ່າວວ່າ ບໍ່ໄດ້ມີພຽງແຕ່ລາວ ແລະ ພັກຂອງລາວ ແຕ່ເຊື່ອວ່າປະຊາຊົນເກົາຫຼີໃຕ້ ຕ້ອງການໃຫ້ເກີດການປ່ຽນແປງໃນລັດຖະບານຢ່າງແນ່ນອນ.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
 
ຂອບໃຈແຫຼ່ງຂ່າວຈາກ: , ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
 
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments