"ທ່ານ ບຸນຍັງ ປະທານປະເທດລາວ" ຈະເຂົ້າຮ່ວມເວທີ ຮ່ວມມືສາກົນ “ໜື່ງແລວທາງ ໜື່ງເສັ້ນທາງ” ທີ່ ສປ ຈີນ



ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງລາວ ຈະເດີນທາງເຂົ້າຮ່ວມເວທີປຶກສາຫາລືຂັ້ນສູງ ວ່າດ້ວຍການຮ່ວມມືສາກົນ “ໜື່ງແລວທາງ ໜື່ງເສັ້ນທາງ” ທີ່ ຈະຈັດຂຶ້ນໃນລະຫວ່າງວັນທີ 14-15 ພຶດສະພາ 2017, ທີ່ ນະຄອນຫລວງ ປັກກິ່ງ ສປ. ຈີນ

ເວທີປຶກສາຫາລືຂັ້ນສູງ ວ່າດ້ວຍການຮ່ວມມືສາກົນ “ໜື່ງແລວທາງ ໜື່ງເສັ້ນທາງ” ຈະຖືກຈັດຂຶ້ນເປັນຄັ້ງທຳອິດ ພາຍຫລັງ ທ່ານ ສີ ຈິນຜິງ ປະທານປະເທດ ແຫ່ງ ສປ. ຈີນ ໄດ້ປະກາດຂໍ້ລິເລີ່ມ “ໜື່ງແລວທາງ ໜື່ງເສັ້ນທາງ” ຂຶ້ນໃນປີ 2013 ຊຶ່ງເປັນໜື່ງໃນການຈັດຕັ້ງປະຄິບັດນະໂຍບາຍ ການຕ່າງປະເທດ ແລະ ການທູດ ເສດຖະກິດໃຫ້ເຂັ້ມແຂງ ແລະ ໜັກແໜ້ນ ໜື່ງແລວທາງ ໜື່ງເສັ້ນທາງ ແມ່ນຍຸດທະສາດທີ່ຜັນຂະຫຍາຍມາຈາກ ຂໍ້ລິເລີ່ມເສັ້ນທາງສາຍໄໜ, ເຊີ່ງໄດ້ປະຕິບັດແນວຄວາມຄິດການຮ່ວມມືແບບສັນຕິພາບ, ເປີດກ້ວາງກາລະໂອກາດ ແລກປ່ຽນຄວາມຮູ້ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອປຶກສາຫາລືກ່ຽວກັບການຊອກຊ່ອງທາງແກ້ໄຂ ສະພາບເສດຖະກິດຂອງໂລກ ໃນປັດຈຸບັນ ແລະ ວາງແນວທາງເສດຖະກິດໃນອານາຄົດ, ນະໂຍບາຍການເງິນ ແລະ ການພັດທະນາເສດຖະກິດ ແລະ ການເຊື່ອມຈອດກັນ ແລະ ສົ່ງເສີ່ມການເປັນຄູ່ຮ່ວມເພື່ອການພັດທະນາ ສ້າງຂະບວນໂລກາພິວັດ ໃຫ້ເປີດກ້ວາງ ແລະ ກວມລວມ ແລະ ແລກປ່ຽນບັນດາຂະບວນການວິວັດ ທີ່ເປັນຜົນປະໂຫຍດແກ່ທຸກຝ່າຍ.

ໃນໄລຍະການເຂົ້າຮ່ວມກອງປະຊຸມ ທ່ານ ບຸນຍັງ ວໍລະຈິດ ຈະເຊົ້າຮ່ວມພິທີເປີດ ເວທີປຶກສາຫາລືຂັ້ນສູງ, ກອງປະຊຸມໂຕະມົນ ຂອງບັນດາທ່ານຜູ້ນໍາ ວ່າດ້ວຍການປະສານສົມທົບ ດ້ານນະໂຍບາຍເພື່ອການ ເປັນຄູ່ຮ່ວມທີ່ໃກ້ຊິດກັນຂຶ້ນ ແລະ ວ່າດ້ວຍການຮ່ວມມືດ້ານການ ເຊື່ອມຈອດເພື່ອການພັດທະນາ ທີ່ຕິດພັນກັນ ແລະ ເຂົ້າຮ່ວມງານລ້ຽງອາຫານທ່ຽງເຮັດວຽກ ໃນຫົວຂໍ້ “ຄວາມຜູກພັນ ລະຫວ່າງ ປະຊາຊົນ ກັບ ປະຊາຊົນ ທີ່ ໃກ້ຊິດສະໜິດແໜ້ນ”

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
 
ຂອບໃຈແຫຼ່ງຂ່າວຈາກ: KPL, ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

 ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
 

Comments