"ທຣັມ" ອະນຸຍາດໃຫ້ກອງທັບ ເພີ່ມກຳລັງທະຫານໃນ "ຊີເຣຍ" ຫຼາຍຝ່າຍຫວັ່ນສ້າງຄວາມບໍ່ພໍໃຈໃຫ້ "ຕຸຣະກີ"


ສຳນັກຂ່າວຕ່າງປະເທດ ລາຍງານຈາກກຸງວໍຊິງຕັນ ປະເທດອາເມຣິກາ ເມື່ອວັນທີ 9 ພຶດສະພາວ່າ ຢອນ ສໄປເຊີ ໂຄສົກທຳນຽບຂາວ ກ່າວວ່າ ປະທານາທິບໍດີ ໂດນັລດ໌ ທຣັມ ລົງນາມອະນຸມັດຄຳສັ່ງໃຫ້ ກະຊວງປ້ອງກັນປະເທດອາເມຣິກາ ເພີ່ມກຳລັງທະຫານ ແລະ ການຕິດອາວຸດ ໃຫ້ແກ່ກຳລັງປ້ອງກັນຕົນເອງ ຊາວເຄິຣ໌ດ (YPG) ເພື່ອເພີ່ມຂີດຄວາມສາມາດໃນການສູ້ຮົບ ກັບກຸ່ມໄອເອັສໃນຊີເຣຍ ໂດຍຄຳສັ່ງມີຜົນກຳນົດໃຊ້ທັນທີ.

ແຕ່ຢ່າງໃດກໍ່ຕາມ ຄຳສັ່ງດັ່ງກ່າວສ້າງຄວາມກັງວົນ ໃຫ້ກັບຫຼາຍຝ່າຍ ແລະ ອາດພາໃຫ້ເກີດການໂຕ້ຖຽງ ກັບຕຸຣະກີ ຫຼື ບໍ່ ເນື່ອງຈາກລັດຖະບານຕຸຣະກີ ຂຶ້ນບັນຊີດຳກຸ່ມ YPG ເປັນກຸ່ມກໍ່ການຮ້າຍ ເຖິງແມ່ນວ່າການຕັດສິນໃຈອະນຸມັດຂອງທຣັມ ມີຂຶ້ນໄດ້ບໍ່ເທົ່າໃດຊົ່ວໂມງ ຫຼັງຈາກການຫາລືກັບພົນເອກ ເຈມສ໌ ແມຕທິສ ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ເຈົ້າໜ້າທີ່ລະດັບສູງຂອງຕຸຣະກີ.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
 
ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
 
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments